ຂ່າວສານ

WHO ໃຫ້ຄຳໝັ້ນສັນຍາ ຮ່ວມເດີນທາງກັບ ຫວຽດນາມ ໃນໄລຍະດຳລົງຊີວິດຮ່ວມກັບ ໂຄວິດ - 19ຢ່າງປອດໄພ

      ສິ່ງບຸລິມະສິດສຳຄັນທີ່ສຸດໃນໄລຍະນີ້ແມ່ນ ເພີ່ມທະວີການປົກປ້ອງກຸ່ມຄົນທີ່ມີຄວາມສ່ຽງສູງ ແລະ ປະຕິບັດບັນດາມາດຕະການທີ່ຈຳເປັນເພື່ອບໍ່ໃຫ້ລະບົບສາທາລະນະສຸກຕົກເຂົ້າສູ່ສະພາບເຄື່ອນໄຫວເກີນຄວາມສາມາດ.
ທ່ານ ປ.ອ Kidong Park ຫົວໜ້າຜູ້ຕາງໜ້າອົງການອະນາໄມໂລກ (WHO) ປະຈຳ ຫວຽດນາມ
(ພາບ: Vietnam+)
      ທ່ານ ປ.ອ Kidong Park ຫົວໜ້າຜູ້ຕາງໜ້າອົງການອະນາໄມໂລກ (WHO) ປະຈຳ ຫວຽດນາມ ໃຫ້ຮູ້ວ່າ ອົງການອະນາໄມໂລກ (WHO) ໄດ້ໃຫ້ຄຳໝັ້ນສັນຍາຮັກສາການສົມທົບກັນຢ່າງແໜ້ນແຟ້ນ ກັບລັດຖະບານ ຫວຽດນາມ ໃນທຸກດ້ານກ່ຽວກັບວິວັດການຫັນປ່ຽນຈາກໄລຍະຄວມຄຸມໂລກລະບາດໂຄວິດ - 19 ໄປເປັນໄລຍະ “ດຳລົງຊີວິດຮ່ວມ ຢ່າງປອດໄພ” ເມື່ອໂລກລະບາດໂຄວິດ - 19 ບໍ່ໄດ້ຖືວ່າແມ່ນໂລກລະບາດຕໍ່ໄປແລ້ວແຕ່ເປັນພະຍາດພິເສດຊະນິດໜຶ່ງ. ສິ່ງບຸລິມະສິດສຳຄັນທີ່ສຸດໃນໄລຍະນີ້ແມ່ນ ເພີ່ມທະວີການປົກປ້ອງກຸ່ມຄົນທີ່ມີຄວາມສ່ຽງສູງ ແລະ ປະຕິບັດບັນດາມາດຕະການທີ່ຈຳເປັນເພື່ອບໍ່ໃຫ້ລະບົບສາທາລະນະສຸກຕົກເຂົ້າສູ່ສະພາບເຄື່ອນໄຫວເກີນຄວາມສາມາດ.
            ຕາມທ່ານ Park ແລ້ວ, ໄປຄຽງຄູ່ກັບວິວັດການຫັນໄປສູ່ໄລຍະຮັບມືກັບໂລກລະບາດໂຄວິດ - 19 ຢ່າງມີໄຫວພິບ ແລະ ປອດໄພ, ຫວຽດນາມ ຄວນສືບຕໍ່ເພີ່ມທະວີກຳລັງຄວາມສາມາດຂອງລະບົບສາທາລະນະສຸກຜ່ານການຍູ້ແຮງການສັກວັກຊິນໃຫ້ແກ່ປະຊາຊົນ ພ້ອມກັບການປະຕິບັດມາດຕະການປ້ອງກັນ, ຕ້ານໂລກລະບາດນັບແຕ່ຂັ້ນຮາກຖານ.
            ທ່ານ Kidong Park ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ໃນການສະກັດກັ້ນສຳເລັດການແຜ່ລະບາດຮອບຕ່າງໆຂອງໂລກລະບາດ, ພ້ອມທັງສະແດງຄວາມເຄົາລົບຕໍ່ການປະຕິບັດຄຳໝັ້ນຂອງບັນດາທ້ອງຖິ່ນ ຜ່ານວຽກງານຂອງກຸ່ມຊຸມຊຸມປ້ອງກັນ, ສະກັດກັ້ນໂຄວິດ - 19 ແລະ ຊາວຫວຽດນາມ ຮ່ວມແຮງຮ່ວມໃຈ ຕ້ານໂລກລະບາດໂຄວິດ - 19 ດ້ວຍການປະຕິບັດມາດຕະການ 5 ຂໍ້ ແລະ ຍຸດທະສາດສັກວັກຊິນໃນຂອບເຂດທົ່ວປະເທດ.
            ເມື່ອເຕື້ອງເຖິງການໜູນຊ່ວຍຂອງ WHO ໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຂອງ ຫວຽດນາມ, ທ່ານປ.ອ Kindong Park ເນັ້ນໜັກວ່າ WHO ຈະສືບຕໍ່ໜູນຊ່ວຍກະຊວງສາທາລະນະສຸກຫວຽດນາມ  ພິຈາລະນາ ແລະ ອັບເດດການແນະນຳດ້ານເຕັກນິກໂດຍອີງໃສ່ຫຼັກຖານໃໝ່ຫຼ້າສຸດ.
(ແຫຼ່ງຄັດຈາກ VOV)


top