• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

WHO: ໂລກ​ຍັງ​ມີ​ຄວາມ​ຫວັງຍູ້​ໂລກ​ລະ​ບາດ Covid – 19 ໃຫ້​ຖອຍ​ໄປ

ວັນທີ 10 ສິງຫາ, ອົງການອະນາໄມໂລກ (WHO) ໄດ້ຢັ້ງຢືນວ່າ ໂລກຍັງມີຄວາມຫວັງເພື່ອສະກັດກັ້ນໂລກລະບາດ Covid – 19 ໄດ້ເຖິງວ່າມີຜູ້ຕິດເຊື້ອພະຍາດ Covid – 19 ຫຼາຍກ່ວາ 20 ລ້ານຄົນ ແລະ ຜູ້ເສຍຊີວິດເກືອບ 750.000 ຄົນ ຢູ່  ຫຼາຍກ່ວາ 210 ປະເທດ ແລະເຂດແຄ້ວນ.

ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ WHO (ພາບ: THX/TTXVN) 

ກ່າວຄຳເຫັນທີ່ການຖະແຫຼງຂ່າວທາງອອນລາຍ, ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ WHO ໄດ້ແບ່ງປັນວ່າ ນີ້ແມ່ນຄວາມເຈັບປວດ ແລະ ຄວາມສນເສຍອັນຍິ່ງໃຫຍ່ຂອງໂລກ, ແຕ່ວ່າ “ຍັງມີຄວາມຫວັງ ແລະ ບໍ່ຄຳວ່າຊ້າເພື່ອຍູ້ໂລກລະບາດ Covid – 19 ໃຫ້ຖອຍໄປ”. ທ່ານ Tedros ກໍ່ເນັ້ນໜັກວ່າ ໃນທົ່ວໂລກມີຄວາມຜິດດ່ຽງຢ່າງໃຫຍ່ຫຼວງລະຫວ່າງ ເປົ້າໝາຍການອຸປະຖຳໃຫ້ແກ່ກົນໄກເພີ່ມທະວີການຕິດຕັ້ງອຸປະກອນການແພດໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19(ACT) ແລະ ບ້ວງເງິນຂອງບັນດາປະເທດທີ່ໄດ້ໃຫ້ຄຳໝັ້ນສັນຍາແລ້ວ. 3 ເດືອນຈະມາເຖິງແມ່ນໄລຍະເວລາສຳຄັນທີ່ສຸດ ເພື່ອເປີດກ້ວາງຂອບຂະໜາດ ACT ໃນທົ່ວໂລກ. ເຖິງຢ່າງໃດກໍ່ຕາມ, ເພື່ອຍາດແຍ່ງກາລະໂອກາດດັ່ງກ່າວໄດ້ດີທີ່ສຸດ, ບັນດາປະເທດຕ້ອງຕັ້ງໜ້າໃຫ້ອຸປະຖຳຂໍ້ລິເລີ່ມ ACT ແລະ ໃຫ້ບຸລິມະສິດນຳໃຊ້ບັນດາເຄື່ອງມືໃໝ່.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top