• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

WHO ຮຽກຮ້ອງໃຫ້ ອິດສະຣາແອັນ ຢຸດຕິແຜນການບຸກໂຈມຕີ Rafah

1,2 ລ້ານຄົນຢູ່ Rafah ບໍ່ມີບ່ອນປອດໄພເພື່ອຍົກຍ້າຍ, ບໍ່ມີຮາກຖານສາທາລະນະສຸກປອດໄພ, ແລະ ຄົບມາດຕະການປິ່ນປົວເຊິ່ງຜູ້ໄປອົບພະຍົບສາມາດສຳພັດໄດ້ຢູ່ແຫ່ງອື່ນຂອງເຂດ ກາຊາ.
(ພາບປະກອບ: AFP)

ວັນທີ 16 ມີນາ, ທ່ານ Adhanom Ghebreyesus, ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO) ໄດ້ຮຽກຮ້ອງໃຫ້ ອິດສະຣາແອັນ ບໍ່ດຳເນີນການບຸກໂຈມຕີແນໃສ່Rafah,  ເຊິ່ງແມ່ນແຫ່ງທີ່ມີສາມັນຊົນສ່ວນຫຼາຍຢູ່ເຂດ ກາຊາ ພວມລີ້ຕົວ.

ຕາມທ່ານ Adhanom Ghebreyesus ແລ້ວ, ເລື່ອງກອງທັບ ອິດສະຣາແອັນ ຂຶ້ນແຜນຍົກຍ້າຍກ່ອນດຳເນີນການບຸກໂຈມຕີບໍ່ແມ່ນມາດຕະການແກ້ໄຂຕາມຕົວຈຶງ. ທ່ານຖືວ່າ, 1,2 ລ້ານຄົນຢູ່ Rafah ບໍ່ມີບ່ອນປອດໄພເພື່ອຍົກຍ້າຍ, ບໍ່ມີຮາກຖານສາທາລະນະສຸກປອດໄພ, ແລະ ຄົບມາດຕະການປິ່ນປົວເຊິ່ງຜູ້ໄປອົບພະຍົບສາມາດສຳພັດໄດ້ຢູ່ແຫ່ງອື່ນຂອງເຂດ ກາຊາ. ທ່ານຫວັງວ່າ, ໄພພິບັດມະນຸດສະທຳນີ້ບໍ່ຄວນຮ້າຍແຮງກວ່າ.

ຕາມຖະແຫຼງການໃນວັນທີ 15 ມີນາ, ທ່ານນາຍົກລັດຖະມົນຕີ Benjamin Netanyahu ໄດ້ອະນຸມັດຜ່ານ “ແຜນການກະທຳຢູ່ Rafah” ຂອງກອງທັບ, ແຕ່ຍັງບໍ່ທັນຍົກອອກລາຍລະອຽດ ຫຼື ຈຸດເວລາເທື່ອ.

(ແຫຼ່ງຄັດຈາກ VOV)

ດັກ​ລັກ​ມາ​ນະ​ພະ​ຍາ​ຍາມ​ປະ​ຕິ​ບັດ​ໜ້າ​ທີ່​ຕ້ານ​ການ​ຂຸດ​ຄົ້ນ IUU

ດັກ​ລັກ​ມາ​ນະ​ພະ​ຍາ​ຍາມ​ປະ​ຕິ​ບັດ​ໜ້າ​ທີ່​ຕ້ານ​ການ​ຂຸດ​ຄົ້ນ IUU

ໄລ່ຮອດວັນທີ 28 ກຸມພາ, ແຂວງດັກລັກ ມີກຳປັ່ນຫາປາທີ່ໄດ້ຈົດທະບຽນໃນລະບົບຖານຂໍ້ມູນອາຊີບຫາປາແຫ່ງຊາດ 2.575 ລຳ. ກຳປັ່ນ ທີ່ມີໜັງສືອະນຸຍາດຂຸດຄົ້ນສິນນ ໃນນ້ຳຍັງມີຜົນສັກສິດ 2555 ລຳ

Top