• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

WHO ສະ​ໜັບ​ສະ​ໜູນ ຫວຽດ​ນາມ ກາຍ​ເປັນສ​ູນ​ກາງ​ພາກ​ພື້ນ ກ່ຽວ​ກັບ​ການ​ຜະ​ລິດ​ວັກ​ຊິນ

ທ່ານ Tedros Adhanom Ghegreyesus ໄດ້ສະໜັບສະໜູນແນວຄວາມຄິດນຳຫວຽດນາມ ກາຍເປັນສູນກາງພາກພື້ນ ກ່ຽວກັບການຜະລິດວັກຊິນ, ທ່ານຈະແລກປ່ຽນກັບພາກສ່ວນດ້ານເຕັກນິກ ກ່ຽວກັບຄວາມສາມາດນຳວັກຊິນໂດຍ ຫວຽດນາມ ຜະລິດເຂົ້າຮ່ວມໂຄງການທົດລອງທົ່ວໂລກ ຂອງ WHO.
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານ Tedros Adhanom Ghegreyesus ຜູ້ອຳນວຍການໃຫຍ່ WHO (ພາບ: VOV)

ຕອນບ່າຍວັນທີ 28 ພະຈິກ (ຕາມເວລາທ້ອງຖິ່ນ), ໃນຂອບເຂດການຢ້ຽມຢາມສະວິດຢ່າງເປັນທາງການ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລະ ຄະນະຜູ້ແທນ ຫວຽດນາມ ໄດ້ໄປຢ້ຽມຢາມສຳນັກງານໃຫຍ່ຂອງອົງການອະນາໄມໂລກ (WHO) ຢູ່ເຊີແນວ ແລະ ມີການເຮັດວຽກກັບທ່ານ Tedros Adhanom Ghegreyesus ຜູ້ອຳນວຍການໃຫຍ່ WHO. ນະທີ່ນີ້, ທ່ານປະທານປະເທດ ຫງວຽນຊວັນຟຸກ ຖະແຫຼງວ່າ ຫວຽດນາມ ຈະປະກອບສ່ວນເງິນຕື່ມອີກ 500.000 USD ໃຫ້ແກ່ໂຄງການ “ທົ່ວໂລກສຳຜັດກັບວັກຊິນກັນໂຄວິດ - 19” (COVAX), ອັນໄດ້ຍົກຍອດເງິນປະກອບສ່ວນໂດບອາສາສະໝັກຂອງ ຫວຽດນາມ ຂຶ້ນເຖິງ 1 ລ້ານ USD, ຜ່ານນັ້ນກໍ່ສະແດງໃຫ້ເຫັນຢ່າງແຮງກ່ວານ້ຳໃຈສາມັກຄີ ສາກົນ ແລະ ຄວາມມານະພະຍາຍາມ, ຄວາມຮັບຜິດຊອບ ຂອງ ຫວຽດນາມ. ທ່ານປະທານປະເທດ ສະເໜີໃຫ້ WHO, ສຳພັນທະມິດທົ່ວໂລກ ກ່ຽວກັບວັກຊິນ ແລະ ສັກຢາ (GAVI), ໂຄງການ COVAX, ເອົາໃຈໃສ່ສະໜັບສະໜູນ ຫວຽດນາມ ເພີ່ມທະວີກຳລັງຄວາມສາມາດລະບົບສາທາລະນະສຸກ, ສະເໜີໃຫ້ ໂຄງການ COVAX ສືບຕໍ່ແຈກຢາຍ ແລະ ຈັດສົ່ງວັກຊິນ ມາຍັງ ຫວຽດນາມ, ບຸລິມະສິດວັກຊິນໃຫ້ແກ່ເດັກນ້ອຍ, ກໍ່ຄືໜູນຊ່ວຍບັນດາວັດຖຸອຸປະກອນການແພດ ເພື່ອແນໃສ່ຍູ້ໄວຄວາມຄືບໜ້າການສັກວັກຊິນ ຊ່ວຍຫວຽດນາມ ຮັກສາໝາກຜົນການຄວບຄຸມໂລກລະບາດໂຄວິດ - 19. ທ່ານປະທານປະເທດ ມີຄວາມປາດຖະໜາຢາກໃຫ້ບັນດາຄູ່ຮ່ວມມືຕັ້ງໜ້າສະໜັບສະໜູນ ເພື່ອໃຫ້ ຫວຽດນາມ ກາຍເປັນສູນຖ່າຍທອດເຕັກໂນໂລຢີ ວັກຊິນ m-RNA, ແມ່ນສະຖານທີ່ຜະລິດວັກຊິນໃຫ້ແກ່ ພາກພື້ນ ປາຊີຟິກຕາເວັນຕົກ.

ສ່ວນທ່ານ Tedros Adhanom Ghegreyesus ໄດ້ສະໜັບສະໜູນແນວຄວາມຄິດນຳຫວຽດນາມ ກາຍເປັນສູນກາງພາກພື້ນ ກ່ຽວກັບການຜະລິດວັກຊິນ, ທ່ານຈະແລກປ່ຽນກັບພາກສ່ວນດ້ານເຕັກນິກ ກ່ຽວກັບຄວາມສາມາດນຳວັກຊິນໂດຍ ຫວຽດນາມ ຜະລິດເຂົ້າຮ່ວມໂຄງການທົດລອງທົ່ວໂລກ ຂອງ WHO. ທ່ານ Tedros Adhanom Ghegreyesus ກໍ່ສະໜັບສະໜູນຂໍ້ລິເລີ່ມຂອງ ທ່ານປະທານປະເທດ ຫງວຽນຊວັນຟຸກ ກ່ຽວກັບການສ້າງກາລະໂອກາດ ເພື່ອໃຫ້ມີຊາວຫວຽດນາມ ເຮັດວຽກຢູ່ WHO ຕື່ມອີກ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ຊີວິດ ແລະ ພາລະກິດຂອງທ່ານເລຂາທິການໃຫຍ່ ຫງວຽນວັນລິງ ຕິດພັນກັບຂະບວນການປະຕິວັດແຕ່ຊຸມປີ 1930 ຢູ່ພາກເໜືອ ຫວຽດນາມ ແລະ ຫຼາຍປີຢູ່ພາກໃຕ້ ຫວຽດນາມ ກ່ອນທີ່ຮັບດຳລົງຕຳແໜ່ງເປັນເລຂາທິການໃຫຍ່ພັກຄອມມູນິດ ຫວຽດນາມ ເມື່ອປີ 1986.

Top