
ຕາມທ່ານ ຜູ້ອຳນວຍການໃຫຫຍ່ອົງການອະນາໄມໂລກ (WHO) Tedros Adhanom Ghebreyesus ແລ້ວ ເຊື້ອໄວຣັດປ່ຽນພັນນີ້ ແມ່ນເປັນອັນຕະລາຍທີ່ສຸດ ຍ້ອນມັນຍັງຄົງ ປ່ຽນພັນ ແລະ ພວມຄຸກຄາມຢູ່ຫຼາຍປະເທດ.
ທ່ານ ຜູ້ອຳນວຍການໃຫຫຍ່ອົງການອະນາໄມໂລກ (WHO) Tedros Adhanom Ghebreyesus ໄດ້ຮຽກຮ້ອງໃຫ້ວົງຄະນາຍາດສາກົນ ຮັບປະກັນວ່າໃນໄລຍະດຽວກັນຂອງປີກາຍ ຈະມີພົນລະເມືອງ 70% ຢູ່ແຕ່ລະປະເທດໄດ້ຮັບການສັກວັກຊີນກັນພະຍາດ. ເພື່ອບັນລຸໄດ້ສິ່ງນີ້ ແຕ່ລະປະເທດຄວນຊ່ວຍເຫຼືອກັນກ່ຽວກັບວັກຊີນກັນໂຄວິດ - 19, ເຄື່ອງກະຕຸ້ນຫາຍໃຈ, ຢຸກຢາແລະການວິໄຈຫາເຊຶື້ອພ້ອມທັງເພີ່ມລະດັບຄວາມໄວໃນການສັກຢາ, ທ່ານຢືນຢັນວ່ານີ້ແມ່ນວິທີດີທີ່ສຸດ ເພື່ອຍູ້ໂຄວິດ - 19 ໃຫ້ຖອຍໄປ.ໃນຂະນະນັ້ນໄລ່ຮອດຕອນເຊົ້າວັນທີ 4 ກໍລະກົດ, ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ຫຼາຍກວ່າ 184,2 ລ້ານຄົນໃນນັ້ນເກືອບ 4 ລ້ານຄົນເສຍຊີວິດ. ໃນ 24 ຊົ່ວໂມງທີ່ຜ່ານມາອາຊີ ແມ່ນພາກພື້ນຢັ້ງຢືນມີຈຳນວນຜູ້ຕິດເຊື້ອຫຼາຍກວ່າໝູ່ຄືຫຼາຍກວ່າ 140.000 ກໍລະນີ ໃນຂະນະທີ່ພາກພື້ນອາເມລິກາໃຕ້ ກໍ່ມີຈຳນວນຜູ້ເສຍຊີວິດຫຼາຍກວ່າໝູ່ໃນໂລກຄືຫຼາຍກວ່າ 2.800 ກໍລະນີ. ອິນເດຍແລະອິນໂດເນເຊຍກໍ່ແມ່ນສອງປະເທດອາຊີມີຈຳນວນຜູ້ຕິດເຊື້ອຫຼາຍກວ່າໝູ່ໃນພາກພື້ນ.
(ແຫຼ່ງຄັດຈາກ VOV)