• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

WHO ກ່າວເຕືອນບໍ່ຄວນຈັດປະເພດໄວຣັດກາຍພັນ Omicron ຢູ່ໃນລະດັບ ເບົາ

      ໄລ່ຮອດເວລາ 1 ໂມງຂອງວັນທີ 07 ມັງກອນ (ຕາມເວລາ UTC), ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ໃນໂລກທັງໝົດໄດ້ກາຍຕົວເລກ 300 ລ້ານຄົນແລ້ວ (300.561.068 ຄົນ), ໃນນັ້ນມີຜູ້ເສຍຊີວິດກວ່າ 5,48 ຄົນ.
ອາເມລິກາ ມີຜູ້ຕິດເຊື້ອຫຼາຍທີ່ສຸດແມ່ນກວ່າ 663.000 ຄົນ
(ພາບ: THX/TTXVN)
      ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 07 ມັງກອນ (ຕາມເວລາ UTC), ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ໃນໂລກທັງໝົດໄດ້ກາຍຕົວເລກ 300 ລ້ານຄົນແລ້ວ (300.561.068 ຄົນ), ໃນນັ້ນມີຜູ້ເສຍຊີວິດກວ່າ 5,48 ຄົນ.
        ໃນຮອບເວລາ 24 ຊົ່ວໂມງຜ່ານມາ, ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ຕື່ມອີກກວ່າ 2,38 ລ້ານຄົນ, ໃນນັ້ນ ອາເມລິກາ ມີຜູ້ຕິດເຊື້ອຫຼາຍທີ່ສຸດແມ່ນກວ່າ 663.000 ຄົນ, ຖັກຈາກນັ້ນແມ່ນ ຝລັ່ງ ກວ່າ 216.000 ຄົນ.
        ເອີລົບ ສືບຕໍ່ແມ່ນຈຸດຮ້ອນເຮັ່ງຂອງໂລກລະບາດໂຄວິດ-19 ໃນໂລກ ເມື່ອກວມເອົາ 41% ຈຳນວນຜູ້ຕິດເຊື້ອພະຍາດລາຍໃໝ່ໃນແຕ່ລະວັນຂອງທົ່ວໂລກ.
        ໃນຂະນະນັ້ນ, ວັນທີ 06 ມັງກອນ, ອີຕາລີ ແລະ ຕວກກີ ກໍ່ກວດພົບຜູ້ຕິດເຊື້ອພະຍາດບັນລຸລະດັບສະຖິຕິຕາມລຳດັບແມ່ນ 219.411 ຄົນ ແລະ 68.413 ຄົນ.
        ຕໍ່ໜ້າການຜັນແຜຢ່າງສັບສົນຂອງໂລກລະບາດໂຄວິດ-19 ຢູ່ຫຼາຍປະເທດ, ທ່ານຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO) Tedros Adhanom Ghebresus ເນັ້ນໜັກວ່າ, ໄວຣັດກາຍພັນ Omicron ໄດ້ເຮັດໃຫ້ຫຼາຍຄົນໃນໂລກເສຍຊີວິດ, ຍ້ອນເຫດນັ້ນ, ບໍ່ຄວນຈັດປະເພດໄວຣັດກາຍພັນນີ້ຢູ່ໃນລະດັບເບົາ.
      ສ່ວນຢູ່ ຫວຽດນາມ, ວັນທີ 07 ມັງກອນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ຕື່ມອີກ 16.278 ຄົນ, ໃນນັ້ນຜູ້ເຂົ້າເມືອງ 24 ຄົນ ແລະ ຢູ່ພາຍໃນປະເທດ 16.254 ຄົນ (ຫຼຸດລົງ 136 ຄົນເມື່ອທຽບໃສ່ວັນທີ 06 ມັງກອນ) ຢູ່ 59 ແຂວງ, ນະຄອນ. ຮ່າໂນ້ຍ ຫຼາຍກວ່າໝູ່ແມ່ນ 2.723 ຄົນ. ໃນວັນທີ 07 ມັງກອນ, ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 14.633 ຄົນ, ມີຜູ້ເສຍຊີວິດ 233 ຄົນ.
(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top