ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ເລມິງຮຶງ ເນັ້ນໜັກວ່າ ຫວຽດນາມ ພວມຍູ້ແຮງບັນດາບຸກທະລຸຍຸດທະສາດ, ມຸ່ງໄປເຖິງເປົ້າໝາຍການເຕີບໂຕເສດຖະກິດໂດຍໄວ ແລະ ຍືນຍົງ. ເພື່ອຫັນເປົ້າໝາຍນີ້ໃຫ້ປະກົດຜົນເປັນຈິງ, ຫວຽດນາມ ພວມສຸມໃສ່ປັບປຸງລະບອບລະບຽບການ, ໝູນໃຊ້ບັນດາມາດຖານສາກົນ, ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງນັກລົງທຶນ, ພ້ອມທັງຍົກສູງພື້ນຖານໂຄງລ່າງຄົມມະນາຄົມ, ທ່າກຳປັ່ນ, ການບິນ, ພະລັງງານ, ພັດທະນາແຫຼ່ງຊັບພະຍານກອນມະນຸດທີ່ມີຄຸນນະພາບສູງຢ່າງຄົບຊຸດ. ທ່ານນາຍົກລັດຖະມົນຕີ ສະເໜີ WEF ສືບຕໍ່ຮ່ວມເດີນທາງ, ເປັນຂົວເຊື່ອມຕໍ່ໜູນຊ່ວຍການແບ່ງປັນຄວາມຮູ້, ຖ່າຍທອດເຕັກໂນໂລຢີ, ດຶງດູດແຫຼ່ງເງິນລົງທຶນ ແລະ ເຊື່ອມຕໍ່ບັນດາກຸ່ມບໍລິສັດສາກົນກັບປະຊາຄົມວິສາຫະກິດ ຫວຽດນາມ. ໂດຍມຸ່ງໄປເຖິງປີ APEC 2027, ທ່ານນາຍົກລັດຖະມົນຕີ ປາດຖະໜາຢາກໃຫ້ສອງຝ່າຍປະສານສົມທົບກັນຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ບັນດາເວທີປາໄສແລກປ່ຽນນະໂຍບາຍ, ການເຊື່ອມຕໍ່ຮ່ວມມືເສດຖະກິດ.
ສ່ວນທ່ານ Stephan Mergenthaler ຢັ້ງຢືນວ່າ WEF ປາດຖາໜາຢາກຍູ້ແຮງການຮ່ວມມືກັບ ຫວຽດນາມ. ພິເສດ, ໂດຍມຸ່ງໄປເຖິງປີ 2027 ເມື່ອ ຫວຽດນາມ ຮັບດຳລົງບົດບາດເປັນເຈົ້າພາບ APEC 2027, WEF ພ້ອມທີ່ຈະສ້າງກົນໄກຮ່ວມມືຢ່າງແໜ້ນແຟ້ນຢູ່ລະດັບສູງສຸດເພື່ອແນໃສ່ລະດົມການເຂົ້າຮ່ວມຂອງພາກຂົງເຂດເອກະຊົນ ແລະ ປະຊາຄົມສາກົນຮ່ວມເດີນທາງພ້ອມກັບບັນດາບຸລິມະສິດຂອງ ຫວຽດນາມ.






