• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

WEF ASEAN 2018 ຊຸກຍູ້ການຮ່ວມມືໃນສະພາບການປະຕິວັດອຸດສາຫະກຳ 4.0

      ກອງປະຊຸມເວທີປາໄສເສດຖະກິດໂລກກ່ຽວກັບ ອາຊຽນປີ 2018 (WEF ASEAN) ຈະຖືກຈັດຂຶ້ນຢູ່ຮ່າໂນ້ຍແຕ່ວັນທີ 11 – 13 ກັນຍາ.

ທ່ານບຸ່ຍແທງເຊີນ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ກ່າວຄຳເຫັນທີ່ການປະຊຸມຂ່າວ (ນັ່ງຢູ່ເບື້ອງຂາວ)
(ພາບ: Anh Huyen)
      ດ້ວຍ 55 ວາລະປຶກສາຫາລື, ກອງປະຊຸມຄາດວ່າ ຈະດຶງດູດການເຂົ້າຮ່ວມຂອງການນຳບັນດາປະເທດອາຊຽນ ແລະພາກພື້ນ, ບັນດາອົງການຈັດຕັ້ງສາກົນ, ນັກຊ່ຽວຊານ, ນັກຮຽນຮູ້ ແລະ ການນຳບັນດາກຸ່ມບໍລິສັດແຖວໜ້າຂອງໂລກ ແລະ ພາກພື້ນເປັນຈຳນວນຫຼວງຫຼາຍ. ກ່າວຄຳເຫັນທີ່ການປະຊຸມຂ່າວສາກົນ ກ່ຽວກັບ WEF ASEAN 2018  ເຊິ່ງໄດ້ດຳເນີນໃນຕອນບ່າຍວັນທີ 27 ມິຖຸນາ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທງເຊີນ ເນັ້ນໜັກວ່າ:
        “ໂລກ ແລະ ອາຊຽນ ພວມຢືນຢູ່ຕໍ່ໜ້າບັນດາກາລະໂອກາດ ແລະ ສິ່ງທະທາຍໃຫຍ່ທີ່ສຸດ ກ່ຽວກັບການປະຕິວັດອຸດສາຫະກຳ 4.0. ດັ່ງນັ້ນ, ຫົວຂໍ້ ແລະ ເນື້ອໃນຂອງກອງປະຊຸມ ແມ່ນລ້ວນແຕ່ໝູນອ້ອມບັນຫາດັ່ງກ່າວ. ໃນລະດັບຊາດ, ກຳນົດວິໄສທັດ ແລະ ບາດກ້າວເດີນໃຫ້ແຕ່ລະປະເທດໃນອາຊຽນ ເມື່ອເຊື່ອມໂຍງເຂົ້າກັບສາກົນ, ເພື່ອໃຫ້ເໝາະສົມກັບການປະຕິວັດອຸດສາຫະກຳ 4.0. ຫຼືໃນແຕ່ລະປະເທດ ກໍຕ້ອງຊອກຫາບັນດາຮູບແບບການຄຸ້ມຄອງໃຫ້ເໝາະສົມທີ່ສຸດໃນຍຸກສະໄໝ ສັງກາດດີຈີຕອນ, ຊອກຫາບັນດາແຫຼ່ງກຳລັງໜູນໃໝ່ໃຫ້ແກ່ການເຕີບໂຕ”.
 (ແຫຼ່ງຄັດຈາກ VOV)

      

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top