• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

WB ເພີ່ມທະວີການຮ່ວມມື,ໜູນຊ່ວຍຫວຽດນາມພັດທະນາເສດຖະກິດ-ສັງຄົມ


ຜູ້​ອຳ​ນວຍ​ການ​ແຫ່ງ​ຊາດ​ຂອງ​ທະ​ນາ​ຄານ​ໂລກ​ປະ​ຈຳ​ຫວຽດ​ນາມ Ousmane Dione
      ວັນ​ທີ 10/4, ທີ່​ຮ່າ​ໂນ້ຍ, ຫົວ​ໜ້າ​ຄະ​ນະ​ເສດ​ຖະ​ກິດ​ສູນ​ກາງ​ພັກ ຫງວຽນ​ວັນ​ບິ່ງ ໄດ້​ໃຫ້​ການ​​ຕ້ອນ​ຮັບ​ທ່ານ Ousmane Dione, ຜູ້​ອຳ​ນວຍ​ການ​ແຫ່ງ​ຊາດ​ທະ​ນາ​ຄານ​ໂລກ ປະ​ຈຳ​ຫວຽດ​ນາມ. ທ່ານ​ຫງວຽນ​ວັນ​ບິ່ງ ໄດ້​ລາຍ​ງານ​ໂດຍ​ສັງ​ເຂບ​ຕໍ່​ຄະ​ນະ ກ່ຽວ​ກັບ​ສະ​ພາບ​ການ​ດ້ານ​ເສດ​ຖະ​ກິດ​ຂອງ​ຫວຽດ​ນາມ​ໃນ​ໄລ​ຍະ​ຜ່ານ​ມາ, ທ່ານຫົວ​ໜ້າ​ຄະ​ນະ​ເສດ​ຖະ​ກິດ​ສູນ​ກາງ​ພັກ ຫງວຽນ​ວັນ​ບິ່ງ ຢືນ​ຢັນ​ວ່າ ລັດ​ຖະ​ບານ​ຫວຽ​ດ​ນາມ​ເດັດ​ດ່ຽວ​ເດີນ​ຕາມ​ເປົ້າ​ໝາຍ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ, ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ຄຸນ​ນະ​ພາບ​ການ​ເຕີບ​ໂຕ, ຍູ້​ໄວ​ການ​ສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຄືນ​ໃໝ່.
      ຜູ້​ອຳ​ນວຍ​ການ​ແຫ່ງ​ຊາດ​ຂອງ​ທະ​ນາ​ຄານ​ໂລກ​ປະ​ຈຳ​ຫວຽດ​ນາມ Ousmane Dione ໄດ້​ແຈ້ງ​ໃຫ້​ຊາບກ່ຽວ​ກັບ​ບັນ​ດາ​ເນື້ອ​ໃນ​​ໂດຍ​ພື້ນ​ຖານ, ບັນ​ດາ​ຈຸດ​ສຸມ​ບຸ​ລິ​ມະ​ສິດ ແລະ ວິ​ທີ​ການ​ຜັນ​ຂະ​ຫຍາຍກອບ​ຄູ່​ຮ່ວມ​ມື​ແຫ່ງ​ຊາດ ( CPF) ຫວຽດ​ນາມ-ທະ​ນາ​ຄານ​ໂລກ ໃຫ້​ແກ່​ໄລ​ຍະ 2017-2022. ທ່ານ Ousmane Dione ຢືນ​ຢັນ​ວ່າ ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ການ​ໜູນ​ຊ່ວຍ​ຂອງ​ທະ​ນາ​ຄານ​ໂລກ ໃຫ້​ແກ່​ຫວຽດ​ນາມ ຫຼາຍກວ່າ​ອີກ.
 (ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top