ຂ່າວສານ WB ເພີ່ມທະວີການຮ່ວມມື,ໜູນຊ່ວຍຫວຽດນາມພັດທະນາເສດຖະກິດ-ສັງຄົມ 11/04/2017 ຜູ້ອຳນວຍການແຫ່ງຊາດຂອງທະນາຄານໂລກປະຈຳຫວຽດນາມ Ousmane Dione ວັນທີ 10/4, ທີ່ຮ່າໂນ້ຍ, ຫົວໜ້າຄະນະເສດຖະກິດສູນກາງພັກ ຫງວຽນວັນບິ່ງ ໄດ້ໃຫ້ການຕ້ອນຮັບທ່ານ Ousmane Dione, ຜູ້ອຳນວຍການແຫ່ງຊາດທະນາຄານໂລກ ປະຈຳຫວຽດນາມ. ທ່ານຫງວຽນວັນບິ່ງ ໄດ້ລາຍງານໂດຍສັງເຂບຕໍ່ຄະນະ ກ່ຽວກັບສະພາບການດ້ານເສດຖະກິດຂອງຫວຽດນາມໃນໄລຍະຜ່ານມາ, ທ່ານຫົວໜ້າຄະນະເສດຖະກິດສູນກາງພັກ ຫງວຽນວັນບິ່ງ ຢືນຢັນວ່າ ລັດຖະບານຫວຽດນາມເດັດດ່ຽວເດີນຕາມເປົ້າໝາຍເສດຖະກິດມະຫາພາກເປັນປົກກະຕິ, ເອົາໃຈໃສ່ເປັນພິເສດເຖິງຄຸນນະພາບການເຕີບໂຕ, ຍູ້ໄວການສ້າງໂຄງປະກອບເສດຖະກິດຄືນໃໝ່. ຜູ້ອຳນວຍການແຫ່ງຊາດຂອງທະນາຄານໂລກປະຈຳຫວຽດນາມ Ousmane Dione ໄດ້ແຈ້ງໃຫ້ຊາບກ່ຽວກັບບັນດາເນື້ອໃນໂດຍພື້ນຖານ, ບັນດາຈຸດສຸມບຸລິມະສິດ ແລະ ວິທີການຜັນຂະຫຍາຍກອບຄູ່ຮ່ວມມືແຫ່ງຊາດ ( CPF) ຫວຽດນາມ-ທະນາຄານໂລກ ໃຫ້ແກ່ໄລຍະ 2017-2022. ທ່ານ Ousmane Dione ຢືນຢັນວ່າ ຈະເພີ່ມທະວີການຮ່ວມມື, ການໜູນຊ່ວຍຂອງທະນາຄານໂລກ ໃຫ້ແກ່ຫວຽດນາມ ຫຼາຍກວ່າອີກ. (ແຫຼ່ງຄັດຈາກ VOV)

ຜູ້ອຳນວຍການແຫ່ງຊາດຂອງທະນາຄານໂລກປະຈຳຫວຽດນາມ Ousmane Dione ວັນທີ 10/4, ທີ່ຮ່າໂນ້ຍ, ຫົວໜ້າຄະນະເສດຖະກິດສູນກາງພັກ ຫງວຽນວັນບິ່ງ ໄດ້ໃຫ້ການຕ້ອນຮັບທ່ານ Ousmane Dione, ຜູ້ອຳນວຍການແຫ່ງຊາດທະນາຄານໂລກ ປະຈຳຫວຽດນາມ. ທ່ານຫງວຽນວັນບິ່ງ ໄດ້ລາຍງານໂດຍສັງເຂບຕໍ່ຄະນະ ກ່ຽວກັບສະພາບການດ້ານເສດຖະກິດຂອງຫວຽດນາມໃນໄລຍະຜ່ານມາ, ທ່ານຫົວໜ້າຄະນະເສດຖະກິດສູນກາງພັກ ຫງວຽນວັນບິ່ງ ຢືນຢັນວ່າ ລັດຖະບານຫວຽດນາມເດັດດ່ຽວເດີນຕາມເປົ້າໝາຍເສດຖະກິດມະຫາພາກເປັນປົກກະຕິ, ເອົາໃຈໃສ່ເປັນພິເສດເຖິງຄຸນນະພາບການເຕີບໂຕ, ຍູ້ໄວການສ້າງໂຄງປະກອບເສດຖະກິດຄືນໃໝ່. ຜູ້ອຳນວຍການແຫ່ງຊາດຂອງທະນາຄານໂລກປະຈຳຫວຽດນາມ Ousmane Dione ໄດ້ແຈ້ງໃຫ້ຊາບກ່ຽວກັບບັນດາເນື້ອໃນໂດຍພື້ນຖານ, ບັນດາຈຸດສຸມບຸລິມະສິດ ແລະ ວິທີການຜັນຂະຫຍາຍກອບຄູ່ຮ່ວມມືແຫ່ງຊາດ ( CPF) ຫວຽດນາມ-ທະນາຄານໂລກ ໃຫ້ແກ່ໄລຍະ 2017-2022. ທ່ານ Ousmane Dione ຢືນຢັນວ່າ ຈະເພີ່ມທະວີການຮ່ວມມື, ການໜູນຊ່ວຍຂອງທະນາຄານໂລກ ໃຫ້ແກ່ຫວຽດນາມ ຫຼາຍກວ່າອີກ. (ແຫຼ່ງຄັດຈາກ VOV)