• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

WB ຕີລາຄາແງ່ຫວັງເສດຖະກິດໄລຍະກາງຂອງຫວຽດນາມຍັງຕັ້ງໜ້າຢູ່

      ແງ່ຫວັງເສດຖະກິດໄລຍະກາງຂອງຫວຽດນາມ ຍັງໄດ້ຮັບຕີລາຄາຢ່າງຕັ້ງໜ້າຢູ່. GDP ຄາດວ່າ ຈະເຕີບໂຕບັນລຸລະດັບ 6,3% ໃນປີນີ້ ແລະ ຄາດວ່າ ຈະໄດ້ຮັບການປັບປຸງຂຶ້ນລະດັບ 6,4% ໃນຊຸມປີ 2018 – 2019, ພ້ອມກັບຄວາມສະຖຽນລະພາບລວມດ້ານເສດຖະກິດມະຫາພາກ.

ການປະຊຸມຂ່າວ
(ພາບ: TTXVN)
      ນີ້ແມ່ນຂໍ້ສັງເກດເຊິ່ງທະນາຄານໂລກ (WB) ຍົກອອກມາທີ່ການປະຊຸມຂ່າວປະກາດບົດລາຍງານອັບເດັດສະພາບການເສດຖະກິດຫວຽດນາມປີ 2017, ເຊິ່ງຖືກດຳເນີນໃນວັນທີ 13 ກໍລະກົດ. ບົດລາຍງານຂອງ WB ໃຫ້ຂໍ້ສັງເກດວ່າ, ພື້ນຖານເສດຖະກິດຫວຽດນາມ ຍັງຮັບປະກັນປັດໃຈພື້ນຖານເຕີບໂຕເສດຖະກິດ ລວມມີຄວາມຕ້ອງການຢູ່ພາຍໃນປະເທດ ແລະ ຂະແໜງຜະລິດປຸ້ງແຕ່ງ, ການຜະລິດ. ທີ່ການປະຊຸມຂ່າວ, ທ່ານ Sebastian Eckardt, ຜູ້ຮັກສາການອຳນວຍການແຫ່ງຊາດຂອງ WB ປະຈຳຫວຽດນາມ ຖືວ່າ, ບົນພື້ນຖານທ່າເຕີບໂຕໄດ້ຮັບການຮັກສາ, ຫວຽດນາມ ຄວນໃຫ້ບຸລິມະສິດອັນດັບໜຶ່ງແກ່ການຮັບປະກັນເສດຖະກິດມະຫາພາກເປັນປົກກະຕິ ແລະ ສ້າງບັນດາພື້ນຖານດ້ານນະໂຍບາຍຄືນໃໝ່. ຫຼຸດຜ່ອນການຄາດດຸ່ນງົບປະມານແມ່ນສິ່ງທີ່ຈຳເປັນທີ່ສຸດ ເພື່ອຄວບຄຸມບັນດາຄວາມສ່ຽງທີ່ນັບມື້ນັບສູງກ່ຽວກັບຄວາມໝັ້ນຄົງຂອງງົບປະມານ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ, ໂອ​ຕາ​ລິດ ຊຸກ​ຍູ້​ການ​ຮ່ວມ​ມື​ກ່ຽວ​ກັບ AI ແລະ ຄວາມ​ປອດ​ໄພ​ທາງ​ໄຊ​ເບີ

ຫວຽດ​ນາມ, ໂອ​ຕາ​ລິດ ຊຸກ​ຍູ້​ການ​ຮ່ວມ​ມື​ກ່ຽວ​ກັບ AI ແລະ ຄວາມ​ປອດ​ໄພ​ທາງ​ໄຊ​ເບີ

ທ້າຍ​ອາ​ທິດ​ຜ່ານ​ມາ, ຄະ​ນະ​ປ​ະ​ຕິ​ບັດ​ງານ​ຂອງ​ສະ​ຫະ​ສະ​ມາ​ຄົມ​ຄວາມ​ປອດ​ໄພ​ທາງ​ໄຊ​ເບີ​ແຫ່ງ​ຊາດ (NCA) ພ້ອມ​ດ້ວຍ​ຜູ້​ຕາງ​ໜ້າ​ກະ​ຊວງ​ຕຳຫຼວດ ຫວຽດ​ນາມ ໄດ້​ມີ​ການ​ເຮັດ​ວຽກ​ກັບ​ສະ​ຖາ​ບັນ​ອຸດ​ສາ​ຫະ​ກຳ ໂອ​ຕາ​ລິດ (AIT) ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ຄວາມ​ປອດ​ໄພ​ທາງ​ໄຊ​ເບີ, ຂໍ້​ມູນ ແລະ ປັນ​ຍາ​ປະ​ດິດ (AI).

Top