• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

VCCI: ຍູ້ແຮງການປ່ຽນແປງໃໝ່ ເພື່ອກາຍເປັນບ່ອນອີງທີ່ໜ້າໄວ້ເນື້ອເຊື່ອໃຈໃຫ້ແກ່ວິສາຫະກິດ

ໃນປີແມວ 2023 ນີ້, VCCI ຈະປະຕິບັດຫຼາຍແຜນການພົ້ນເດັ່ນຄື: ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງ VCCI (ໃນເດືອນເມສາ); ສຳຫຼວດ, ປະກາດດັດຊະນີຄວາມສາມາດແກ່ງແຍ້ງຂັ້ນເມືອງ (PCI) ...
  ທ່ານ ປະທານ VCCI ຟ້າມເຕີນກົງ (ພາບ:Ngọc Quỳnh/BNEWS/TTXVN)  

ຕັດສິນໃຈບັນລຸໄດ້ບັນດາຜົນງານໃໝ່ເພື່ອປະຕິບັດບັນດາເປົ້າໝາຍເຊິ່ງພັກ ແລະ ລັດ ໄດ້ມອບໝາຍໃຫ້ດ້ວຍຄວາມເຊື່ອໝັ້ນ, ໃນປີ 2023, ສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ຊຸກຍູ້ການປ່ຽນແປງໃໝ່ເພື່ອກາຍເປັນບ່ອນອີງທີ່ໜ້າໄວ້ເນື້ອເຊື່ອໃຈໃຫ້ແກ່ນັກທຸລະກິດ, ວິສາຫະກິດພາຍໃນປະເທດ. ທ່ານ ປະທານ VCCI ຟ້າມເຕີນກົງ ຢັ້ງຢືນວ່າ: ການປ່ຽນແປງໃໝ່ແມ່ນການເລືອກເຟັ້ນໜຶ່ງດຽວ ແລະ ຖືກຕ້ອງທີ່ສຸດເພື່ອນຳ VCCI ກ້າວຂຶ້ນ, ຮ່ວມເດີນທາງ ແລະ ຊຸກຍູ້ການພັດທະນາປະຊາຄົມວິສາຫະກິດ ຫວຽດນາມ, ສ້າງວິສາຫະກິດໝັ້ນຄົງເຂັ້ມແຂງ, ປະເທດຊາດວັດທະນາຖາວອນ.

ໃນປີແມວ 2023 ນີ້, VCCI ຈະປະຕິບັດຫຼາຍແຜນການພົ້ນເດັ່ນຄື: ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງ VCCI (ໃນເດືອນເມສາ); ສຳຫຼວດ, ປະກາດດັດຊະນີຄວາມສາມາດແກ່ງແຍ້ງຂັ້ນເມືອງ (PCI) ແລະ ປະມວນດັດຊະນີສີຂຽວ (Green Index)... VCCI ກໍ່ຈະຈັດຕັ້ງຫຼາຍເຫດການເປັນໜ້າສົນໃຈຄື: ເວທີປາໄສສື່ມວນຊົນ ແລະ ວິສາຫະກິດຮ່ວມເດີນທາງເພື່ອ ຫວຽດນາມ ຈະເລີນຮຸ່ງເຮືອງ, ວັດທະນາຖາວອນ...

ທ່ານ ຟ້າມເຕີນກົງ ເຊື່ອໝັ້ນວ່າ: VCCI ຈະສ້າງກຳລັງບົ່ມຊ້ອນ, ທີ່ຕັ້ງສູງກ່ວາ, ສືບຕໍ່ແມ່ນຜູ້ຮ່ວມເດີນທາງ ແລະ ແມ່ນບ່ອນອີງນັບມື້ນັບໜ້າໄວ້ເນື້ອເຊື່ອໃຈຂອງວິສາຫະກິດ, ແມ່ນຂົວເຊື່ອມຕໍ່ທີ່ມີອິດທິພົນຊື່ສຽງ, ມີປະສິດທິຜົນລະຫວ່າງປະຊາຄົມວິສາຫະກິດກັບພັກ ແລະ ລັດ.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top