• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

UNICEF ສະເໜີ 4 ຂົງເຂດບຸລິມະສິດຮ່ວມມືກັບກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ

      ຕອນບ່າຍວັນທີ 12 ຕຸລາ, ທ່ານຮອງລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ໂງທິມິນ ໄດ້ໃຫ້ການຕ້ອນຮັບທ່ານນາງ Lesley Miller ຮອງຫົວໜ້າຄະນະຜູ້ຕາງໜ້າ UNICEF ປະຈຳ ຫວຽດນາມ. ສອງຝ່າຍໄດ້ແລກປ່ຽນກ່ຽວກັບບັນດາເນື້ອໃນ ເພື່ອເພີ່ມທະວີການຮ່ວມມືໃນຂົງເຂດການສຶກສາ ແລະ ບຳລຸງສ້າງ.

ທ່ານຮອງລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ໂງທິມິນ ໃຫ້ການຕ້ອນຮັບທ່ານນາງ Lesley Miller ຮອງຫົວໜ້າຄະນະຜູ້ຕາງໜ້າ UNICEF ປະຈຳ ຫວຽດນາມ (ພາບ: VOV5)
      ທີ່ການເຮັດວຽກ, ທ່ານນາງ Lesley Miller ໄດ້ສະເໜີ 4 ຂົງເຂດບຸລິມະສິດຮ່ວມມືລະຫວ່າງ UNICEF ຫວຽດນາມ ແລະ ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ, ເຊິ່ງລວມມີ: ນຳເຕັກໂນໂລຢີດີຈີຕອນເຂົ້າໃນຫຼັກສູດການສຶກສາພາກບັງຄັບ; ສ້າງຫຼັກສູດການສຶກສາໃໝ່ໃຫ້ແກ່ຊັ້ນອະນຸບານ; ຍົກສູງຄຸນນະພາບການສຶກສາ ແລະ ຮັບປະກັນຄວາມຍຸຕິທຳໃນການສຶກສາ; ສ້າງສະພາບແວດລ້ອມຮ່ຳຮຽນ ຂຽວ - ສະອາດ - ສວຍງາມ ແລະ ປອດໄພ.
        ທ່ານນາງຮອງລັດຖະມົນຕີ ໂງທິມິນ ໄດ້ສະແດງຄວາມເຫັນດີເຫັນພ້ອມຕໍ່ຂໍ້ສະເໜີຮ່ວມມືຂອງ UNICEF ໃນໄລຍະຈະມາເຖິງ ເພື່ອແນໃສ່ສ້າງສະພາບແວດລ້ອມຮ່ຳຮຽນ ຂຽວ - ສະອາດ - ສວຍງາມ ແລະ ປອດໄພໃຫ້ແກ່ນັກຮຽນທຸກໆຄົນ.
(ແຫຼ່ງຄັດຈາກ VOV)
 

 ພິ​ທີ​ເອົາ​ທຸງ​ຂຶ້ນ​ເສົາ ອາ​ຊຽນ: ຊຸກ​ຍູ້​ຄວາມ​ສາ​ມັ​ກ​ຄີ, ການ​ຮ່ວມ​ມື​ເພື່ອ​ອະ​ນາ​ຄົດ​ໃນ​ພາກ​ພື້ນ

ພິ​ທີ​ເອົາ​ທຸງ​ຂຶ້ນ​ເສົາ ອາ​ຊຽນ: ຊຸກ​ຍູ້​ຄວາມ​ສາ​ມັ​ກ​ຄີ, ການ​ຮ່ວມ​ມື​ເພື່ອ​ອະ​ນາ​ຄົດ​ໃນ​ພາກ​ພື້ນ

ຕອນ​ເຊົ້າ​ວັນ​ທີ 31 ກໍ​ລະ​ກົດ, ຢູ່​ສຳ​ນັກ​ງານ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ (ຮ່າ​ໂນ້ຍ), ພິ​ທີ​​ເອົ​າ​ທຸງ​ຂຶ້ນ​ ອາ​ຊຽນ ຂຶ້ນ​ເສົາ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ ອາ​ຊຽນ ຄົບ​ຮອບ 59 ປີ (8/8/1967 – 8/8/2026) ແລະ 31 ປີ ຫວຽດ​ນາມ ເຂົ້າ​ເປັນ​ສະ​ມາ​ຊິກ ອາ​ຊ​ຽນ (28/7/1995 - 28/7/2026) ຖືກ​ຈັດ​ຂຶ້ນ​ຢ່າງ​ສົມ​ກຽດ ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂ​ອງ​ທ່ານ ເລ​ຮ​ວ່າຍ​ຈູງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ.

Top