ຂ່າວສານ

UNICEF ສະເໜີ 4 ຂົງເຂດບຸລິມະສິດຮ່ວມມືກັບກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ

      ຕອນບ່າຍວັນທີ 12 ຕຸລາ, ທ່ານຮອງລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ໂງທິມິນ ໄດ້ໃຫ້ການຕ້ອນຮັບທ່ານນາງ Lesley Miller ຮອງຫົວໜ້າຄະນະຜູ້ຕາງໜ້າ UNICEF ປະຈຳ ຫວຽດນາມ. ສອງຝ່າຍໄດ້ແລກປ່ຽນກ່ຽວກັບບັນດາເນື້ອໃນ ເພື່ອເພີ່ມທະວີການຮ່ວມມືໃນຂົງເຂດການສຶກສາ ແລະ ບຳລຸງສ້າງ.

ທ່ານຮອງລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ໂງທິມິນ ໃຫ້ການຕ້ອນຮັບທ່ານນາງ Lesley Miller ຮອງຫົວໜ້າຄະນະຜູ້ຕາງໜ້າ UNICEF ປະຈຳ ຫວຽດນາມ (ພາບ: VOV5)
      ທີ່ການເຮັດວຽກ, ທ່ານນາງ Lesley Miller ໄດ້ສະເໜີ 4 ຂົງເຂດບຸລິມະສິດຮ່ວມມືລະຫວ່າງ UNICEF ຫວຽດນາມ ແລະ ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ, ເຊິ່ງລວມມີ: ນຳເຕັກໂນໂລຢີດີຈີຕອນເຂົ້າໃນຫຼັກສູດການສຶກສາພາກບັງຄັບ; ສ້າງຫຼັກສູດການສຶກສາໃໝ່ໃຫ້ແກ່ຊັ້ນອະນຸບານ; ຍົກສູງຄຸນນະພາບການສຶກສາ ແລະ ຮັບປະກັນຄວາມຍຸຕິທຳໃນການສຶກສາ; ສ້າງສະພາບແວດລ້ອມຮ່ຳຮຽນ ຂຽວ - ສະອາດ - ສວຍງາມ ແລະ ປອດໄພ.
        ທ່ານນາງຮອງລັດຖະມົນຕີ ໂງທິມິນ ໄດ້ສະແດງຄວາມເຫັນດີເຫັນພ້ອມຕໍ່ຂໍ້ສະເໜີຮ່ວມມືຂອງ UNICEF ໃນໄລຍະຈະມາເຖິງ ເພື່ອແນໃສ່ສ້າງສະພາບແວດລ້ອມຮ່ຳຮຽນ ຂຽວ - ສະອາດ - ສວຍງາມ ແລະ ປອດໄພໃຫ້ແກ່ນັກຮຽນທຸກໆຄົນ.
(ແຫຼ່ງຄັດຈາກ VOV)
 


top