• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

UNICEF: ຫວຽດ​ນາມ ບັນ​ລຸ​ໄດ້​ຜົນ​ງານ​ໃນ​ການ​ເບິ່ງ​ແຍງ​ດູ​ແລ ແລະ ຮັບ​ປະ​ກັນ​ສິດ​ຂອງ​ເດ​ັກ

ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໄດ້ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍເອົາໃຈໃສ່ເຖິງການລົງທຶນ ແລະ ວຽກງານສຶກສາເພື່ອເດັກ.
  ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຕ້ອນຮັບທ່ານນາງ Rana Flowers, ຫົວໜ້າອົງການກອງທຶນເພື່ອເດັກ ສປຊ (ພາບ: TTXVN)  

ຕອນເຊົ້າວັນທີ 9 ມີນາ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານນາງ Rana Flowers, ຫົວໜ້າອົງການກອງທຶນເພື່ອເດັກ ສປຊ (UNICEF) ປະຈຳ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍເອົາໃຈໃສ່ເຖິງການລົງທຶນ ແລະ ວຽກງານສຶກສາເພື່ອເດັກ. ພ້ອມດຽວກັນນັ້ນ, ເພີ່ມທະວີການຜັນຂະຫຍາຍລະບົບການສຶກສາພາກເອກະຊົນ, ບັນດານະໂຍບາຍກ່ຽວກັບການລົງທຶນ, ກໍ່ສ້າງໂຮງຮຽນແຫ່ງຕ່າງໆໃນທົ່ວປະເທດໃຫ້ບັນລຸມາດຕະຖານ, ພິເສດແມ່ນເຂດພູດອຍ, ເຂດປະສົບກັບຄວາມຫຍຸ້ງຍາກ ເພື່ອແນໃສ່ເປົ້າໝາຍສູງສຸດ ແມ່ນໃຫ້ປະຊາຊົນທຸກຄົນໄດ້ຮັບການສຶກສາຢ່າງທົ່ວເຖິງ. ທ່ານຮອງນາຍົກລັດຖະມົນຕີ ກໍປາດຖະໜາວ່າ UNICEF ສືບຕໍ່ໜູນຊ່ວຍ ຫວຽດນາມ ປະຕິບັດວຽກງານນີ້.

ສ່ວນທ່ານນາງ Rana Flowers ໄດ້ເນັ້ນໜັກເຖິງ 2 ບຸລິມະສິດໃນການເຄື່ອນໄຫວຂອງ UNICEF ຢູ່ ຫວຽດນາມ, ນັ້ນແມ່ນ: ປົກປ້ອງເດັກ, ປ້ອງກັນການໃຊ້ຄວາມຮຸນແຮງສຳລັບແມ່ຍິງ ແລະ ເດັກຍິງ; ບັນຫາສານອາຫານສຳລັບເດັກ. ພ້ອມທັງຕີລາຄາສູງຕໍ່ຄວາມມານະພະຍາຍາມ ແລະ ຜົນງານຂອງ ຫວຽດນາມ ທີ່ບັນລຸໄດ້ໃນການເບິ່ງແຍງດູແລ ແລະ ຮັບປະກັນສິດຕ່າງໆຂອງເດັກ, ທ່ານກໍ ຢັ້ງຢືນວ່າ ໃນໄລຍະຈະມາເຖິງ ຈະຮ່ວມມືກັບ ຫວຽດນາມ ຢ່າງແໜ້ນແຟ້ນໃນຂົງເຂດນີ້.

 

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top