• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

UNFPA ສືບ​ຕໍ່​ໜູນ​ຊ່ວຍ ຫວຽດ​ນາມ ໃນ​ການ​ຍູ້​ແຮງ​ລະ​ບົບ​ຈົດ​ທະ​ບຽນ ແລະ ສະ​ຖິ​ຕິ​ສຳ​ມະ​ໂນ​ຄົວ

ຫວຽດນາມ ຈະສືບຕໍ່ໄດ້ຮັບບັນດາການໜູນຊ່ວຍທາງດ້ານເຕັກນິກຈາກ UNFPA ແລະ ອົງການ Vital Strategies - ຄູ່ຮ່ວມມືໃນ “ຂໍ້ລິເລີ່ມຖານຂໍ້ມູນສຳລັບສຸຂະພາບຂອງ ກອງທຶນ Blomberg Philanthropries” ແນໃສ່ຍູ້ແຮງລະບົບຈົດທະບຽນ ແລະ ສະຖິຕິສຳມະໂນຄົວຢູ່ສູນກາງ ແລະ ທ້ອງຖິ່ນ ແນໃສ່ຊ່ວຍປົກປ້ອງສະຫວັດດີການສັງຄົມຂອງພົນລະເມືອງ.
ທ່ານນາງ Naomi Kitahara ຫົວໜ້າຄະນະຜູ້ຕາງໜ້າ UNFPA ປະຈຳ ຫວຽດນາມ (ພາບ: UNFPA)

ຕາມແຫຼ່ງຂ່າວຈາກກອງທຶນປະຊາກອນ ສປຊ (UNFPA), ຫວຽດນາມ ຈະສືບຕໍ່ໄດ້ຮັບບັນດາການໜູນຊ່ວຍທາງດ້ານເຕັກນິກຈາກ UNFPA ແລະ ອົງການ Vital Strategies - ຄູ່ຮ່ວມມືໃນ “ຂໍ້ລິເລີ່ມຖານຂໍ້ມູນສຳລັບສຸຂະພາບຂອງ ກອງທຶນ Blomberg Philanthropries” ແນໃສ່ຍູ້ແຮງລະບົບຈົດທະບຽນ ແລະ ສະຖິຕິສຳມະໂນຄົວຢູ່ສູນກາງ ແລະ ທ້ອງຖິ່ນ ແນໃສ່ຊ່ວຍປົກປ້ອງສະຫວັດດີການສັງຄົມຂອງພົນລະເມືອງ.

        ນີ້ແມ່ນໝາກຜົນຂອງຂໍ້ຕົກລົງ ຜັນຂະຫຍາຍໄລຍະທີ 2 ຂອງການພົວພັນຄູ່ຮ່ວມມືໃນການປະຕິບັດ “ຂໍ້ລິເລີ່ມຖານຂໍ້ມູນສຳລັບສຸຂະພາບ” ໂດຍ UNFPA ປະຈໍາ ຫວຽດນາມ ແລະ ອົງການ Vital Strategies ໄດ້ລົງນາມໃນວັນທີ 9 ສິງຫາ, ແນໃສ່ສືບຕໍ່ໜູນຊ່ວຍບັນດາຄວາມມານະພະຍາຍາມປັບປຸງວຽກງານຈົດທະບຽນ ແລະ ສະຖິຕິສຳມະໂນຄົວຂອງລັດຖະບານ ຫວຽດນາມ.

        ຫວຽດນາມ ພວມປະຕິບັດໂຄງການດຳເນີນງານແຫ່ງຊາດ ກ່ຽວກັບການຈົດທະບຽນ ແລະ ສະຖິຕິສຳມະໂນຄົວ ໄລຍະ 2017 – 2024, ຕາມນັ້ນແລ້ວ, ຍູ້ແຮງຂັ້ນຕອນປະຕິບັດ ກໍຄື ການສ້າງ ແລະ ຮັກສາຂໍ້ມູນທີ່ມີຄຸນນະພາບ ກ່ຽວກັບການຈົດທະບຽນໃບຢັ້ງຢືນການເກີດ, ໃບຢັ້ງຢືນການເສຍຊີວິດ, ລວມທັງສາຍເຫດການເສຍຊີວິດ.

(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top