ຂ່າວສານ
UNDP ຕີລາຄາສູງຄວາມມານະພະຍາຍາມຂອງ ຫວຽດນາມ ໃນການຊຸກຍູ້ການພັດທະນາມະນຸດ, ຮັບປະກັນສິດທິມະນຸດ
ນີ້ແມ່ນການຢັ້ງຢືນຂອງທ່ານນາງ Ramla Khalidi, ຫົວໜ້າຜູ້ຕາງໜ້າ UNDP ປະຈຳ ຫວຽດນາມ ໃນການເຮັດວຽກກັບທ່ານ ພົນໂທ ເລວັນຕວຽນ, ຮອງລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໃນວັນທີ 14 ພຶດສະພາ ຢູ່ຮ່າໂນ້ຍ.
ທ່ານນາງ Ramla Khalidi ໃຫ້ຮູ້ວ່າ, UNDP ພວມສົມທົບກັບບັນດາກະຊວງ, ຂະແໜງການຂອງ ຫວຽດນາມ ສ້າງເອກະສານສຳລັບໂຄງການແຫ່ງຊາດໃຫ້ແກ່ ຫວຽດນາມ ໄລຍະ 2027 – 2031 ແລະ ມີຄວາມປາດຖະໜາຢາກສືບຕໍ່ໄດ້ຮັບຄຳເຫັນປະກອບຈາກກະຊວງຕຳຫຼວດ ຫວຽດນາມ ເພື່ອສ້າງສຳເລັດບັນດາເນື້ອໃນຮ່ວມມືໃນໄລຍະໃໝ່. ທ່ານນາງ Ramla Khalidi ຢັ້ງຢືນວ່າ, UNDP ພ້ອມແລ້ວທີ່ຈະສືບຕໍ່ໜູນຊ່ວຍ ຫວຽດນາມ ໃນບັນດາຂົງເຂດປະຕິຮູບກົດໝາຍ, ຍົກສູງກຳລັງຄວາມສາມາດປະຕິບັດກົດໝາຍ, ພ້ອມທັງເປີດກວ້າງການຮ່ວມມືໃນບັນດາຂົງເຂດໃໝ່.
ເມື່ອແລກປ່ຽນກັບຫົວໜ້າຜູ້ຕາງໜ້າ UNDP ປະຈຳ ຫວຽດນາມ, ທ່ານ ພົນໂທ ເລວັນຕວຽນ ເນັ້ນໜັກວ່າ ຫວຽດນາມ ພວມສືບຕໍ່ສ້າງສຳເລັດລະບົບກົດໝາຍຕາມທິດຮັບປະກັນສິດທິມະນຸດໃຫ້ດີກວ່າ, ສອດຄ່ອງກັບບັນດາມາດຕາຂອງສົນທິສັນຍາສາກົນ ເຊິ່ງ ຫວຽດນາມ ເປັນສະມາຊິກ; ພ້ອມທັງຜັນຂະຫຍາຍບັນດາແຜນນະໂຍບາຍພັດທະນາເສດຖະກິດຕິດພັນກັບການພັດທະນາແບບຍືນຍົງ, ປົກປັກຮັກສາສິ່ງແວດລ້ອມ ແລະ ຮັບປະກັນຊີວິດສັງຄົມຢ່າງແຮງ.







