• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

UNCLOS ແມ່ນເສັ້ນທາງໜຶ່ງດຽວເພື່ອແກ້ໄຂບັນດາບັນຫາທາງທະເລ

ຜູ້ຕາງໜ້າດ້ານການທູດຂອງສະຫະພາບ ເອີລົບ, ການາດາ, ເຢຍລະມັນ ແລະ ຫວຽດນາມ ໄດ້ຢືນຢັນການຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ ແມ່ນໜ້າທີ່ລວມຂອງປະຊາຄົມສາກົນ.
(ກອງປະຊຸມສຳມະນາສາກົນກ່ຽວກັບທະເລຕາເວັນອອກ ຄັ້ງທີ 17)

ເນື້ອໃນຫຼັກໃນມື້ເຮັດວຽກທີ່ 2 ຂອງກອງປະຊຸມສຳມະນາສາກົນກ່ຽວກັບທະເລຕາເວັນອອກ ຄັ້ງທີ 17, ຈັດຂຶ້ນໃນວັນທີ 04 ພະຈິກ, ຢູ່ ດ່ານັ້ງ ແມ່ນວາລະໂອ້ລົມແລກປ່ຽນຄຳຄິດຄຳເຫັນລະຫວ່າງບັນດາເອກອັກຄະລັດຖະທູດ ແລະ ເວທີປາໄສລຸ້ນໜຸ່ມ ເພື່ອແບ່ງປັນວິໄສທັດຫຼາຍແງ່ມູມສຳລັບສະພາບການ, ການຜັນແປຢູ່ເຂດທະເລຕາເວັນອອກ ແລະ ຊອກຫາແນວຄິດໃໝ່ເພື່ອປົກປັກຮັກສາສັນຕິພາບ, ຮັກສາຄວາມເປັນລະບຽບຮຽບຮ້ອຍໂດຍອີງໃສ່ກົດໝາຍຢູ່ພາກພື້ນ.

ໃນວາລະສົນທະນາແລກປ່ຽນຄຳຄິດເຫັນ, ຜູ້ຕາງໜ້າດ້ານການທູດຂອງສະຫະພາບ ເອີລົບ, ການາດາ, ເຢຍລະມັນ ແລະ ຫວຽດນາມ ໄດ້ຢືນຢັນການຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ ແມ່ນໜ້າທີ່ລວມຂອງປະຊາຄົມສາກົນ. ບັນດາຜູ້ແທນໄດ້ເຫັນດີນຳກັນໂດຍຖືວ່າ ກົດໝາຍສາກົນ, ພິເສດແມ່ນສົນທິສັນຍາສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS), ແມ່ນເສັ້ນທາງເປັນໄປໜຶ່ງດຽວເພື່ອແກ້ໄຂບັນດາບັນຫາທາງທະເລ.

ເມື່ອເນັ້ນໜັກເຖິງບົດບາດຂອງກົນໄກໃຈກາງ, ບັນດານັກຮຽນຮູ້ສະເໜີໃຫ້ ອາຊຽນ ຄວນປັບປຸງຄວາມສາມັກຄີພາຍໃນກຸ່ມ ແລະ ເພີ່ມທະວີກຳລັງແຮງສັງລວມເພື່ອຮັບມືກັບບັນດາສິ່ງທ້າທາຍ; ເພີ່ມທະການການຮ່ວມມືກັບຄູ່ຮ່ວມມືພາຍນອກ ແລະ ບັນດາກົນໄກຫຼາຍຝ່າຍອື່ນ; ສ້າງບັນດາກົນໄກແຈ້ງເຕືອນໄວເພື່ອສະກັດກັ້ນຄວາມສ່ຽງເກີດການປະທະກັນ.

(ແຫຼ່ງຄັດຈາກ VOV)

ຮ່າງ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​​ຄັ້ງ​ທີ XIVຂອງພັກ: ຂີດ​ໝາຍ​ບັນ​ດາ​ຜົນ​ສຳ​ເລັດ​ດ້ານ​ເສດ​ຖະ​ກິດ

ຮ່າງ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​​ຄັ້ງ​ທີ XIVຂອງພັກ: ຂີດ​ໝາຍ​ບັນ​ດາ​ຜົນ​ສຳ​ເລັດ​ດ້ານ​ເສດ​ຖະ​ກິດ

ຮ່າງເອກະສານຕີລາຄາ 5 ປີແຫ່ງການປະຕິບັດຍຸດທະສາດພັດທະນາເສດຖະກິດ - ສັງຄົມ 10 ປີ 2021 – 2030” ຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ XIVຂອງພັກ, ໃຫ້ຂໍສັງເກດວ່າ: ໃນສະພາບການໂລກມີການຜັນແປຫຼາຍຢ່າງ, ໂລກລະບາດ, ໄພທຳມະຊາດເກີດຂຶ້ນຢ່າງວຸ້ນວາຍ, ພື້ນຖານເສດຖະກິດຫວຽດນາມໃນໄລຍະ 5 ປີ 2021 – 2025 ຍັງບັນລຸໄດ້ບັນດາໝາກຜົນສຳຄັນແລະພົ້ນເດັ່ນ. ບັນດາໝາກຜົນຮອບດ້ານນັ້ນແມ່ນກຳລັງໜູນເພື່ອໃຫ້ຫວຽດນາມປະຕິບັດເປົ້າໝາຍການເຕີບໂຕບັນລຸລະດັບ 2 ຕົວເລກໃນໄລຍະ 2026 – 2030 ແລະກາຍເປັນປະເທດພັດທະນາມີລາຍຮັບສູງໃນປີ 2045.

Top