ວັນທີ 17 ກໍລະກົດ, Noyb ກຸ່ມຂົນຂວາຍປົກປ້ອງສິດສ່ວນຕົວຂອງຜູ້ບໍລິໂພກທາງອິນເຕີເນັດ, ມີສຳນັກງານຕັ້ງຢູ່ ໂອຕາລິດ, ໄດ້ຍື່ນໃບຮ້ອງຟ້ອງສະບັບໃໝ່, ກ່າວຫາ TikTok, AliExpress ແລະ WeChat ບໍ່ປະຕິບັດຕາມບັນດາຄຳຮຽກຮ້ອງກ່ຽວກັບສິດເຂົ້າຂໍ້ມູນໃນຂໍ້ກຳນົດວ່າດ້ວຍການປົກປ້ອງຂໍ້ມູນລວມ (GDPR) ຂອງສະຫະພາບ ເອີລົບ (ອີຢູ). ນີ້ບໍ່ແມ່ນຄັ້ງທຳອິດທີ່ Noyb ຍື່ນໃບຮ້ອງຟ້ອງບັນດາບໍລິສັດດັ່ງກ່າວ. ກ່ອນໜ້ານັ້ນ, ໃນເດືອນ ມັງກອນ 2025, Noyb ກໍ່ຍືນໃບຮ້ອງຟ້ອງ 3 ບໍລິສັດດັ່ງກ່າວ ພ້ອມກັບ 3 ບໍລິສັດອື່ນອີກ, ລວມມີ: Shein, Temu và Xiaomi ກ່າວຫາເຂົາເຈົ້າໄດ້ສົ່ງຂໍ້ມູນສ່ວນຕົວຂອງຜູ້ນຳໃຊ້ ເອີລົບ ໄປຍັງປະເທດອື່ນຢ່າງຜິດກົດໝາຍ.
ກ່ອນໜ້ານັ້ນ, Noyb ກໍ່ດຳເນີນຫຼາຍການຮ້ອງຟ້ອງອື່ນແນໃສ່ບັນດາບໍລິສັດເຕັກໂນໂລຊີໃຫຍ່ຂອງ ອາເມລິກາ ຄື Meta ແລະ Google ຍ້ອນຖືວ່າ ບັນດາບໍລິສັດດັ່ງກ່າວໄດ້ລະເມີດ GDPR.