
ທ່ານນາງ ດັ້ງທິງອກທິ້ງ ຜູ້ຮັກສາການປະທານປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານ Augustine Mahiga, ລັດຖະມົນຕີການຕ່າງປະເທດ ແລະ ຮ່ວມມື ອາຟຼິກາຕາເວັນອອກ ຂອງTanzania.
ກ່າວຄຳເຫັນນະທີ່ນີ້ ທ່ານນາງ ດັ້ງທິງອກທິ້ງ ເນັ້ນຫນັກວ່າ: Tanzania ແມ່ນຫນຶ່ງໃນບັນດາຄູ່ຮ່ວມມືບຸລິມະສິດຂອງຫວຽດນາມຢູ່ອາຟິຼິກາ ແລະ ສະເຫນີ ວ່າ: ໃນໄລຍະຈະມາເຖິງ ສອງຝ່າຍຍູ້ແຮງການຮ່ວມມືດ້ານການຄ້າ ການລົງທຶນ ເພື່ອບັນລຸຄາດໝາຍດ້ານການຄ້າສອງຝ່າຍໃຫ້ຂຶ້ນເຖິງ 1 ຕື້ USD ໃນປີ 2020 ແລະ ສອງປະເທດຄວນສຸມໃສ່ເປີດກວ້າງການຮ່ວມມືໃນຂົງເຂດກະສິກຳ, ໂທລະຄົມມະນາຄົມ, ການຜະລິດເຄື່ອງໃຊ້ສອຍ ແລະ ຢັ້ງຢືນ ຫວຽດນາມ ພ້ອມແລ້ວແບ່ງປັນບົດຮຽນໃນການຜະລິດກະສິກຳ ກັບ Tanzania.
ສ່ວນທ່ານລັດຖະມົນຕີການຕ່າງປະເທດ Tanzania ຢືນຢັນ: ລັດຖະບານ Tanzania ຍາມໃດກໍ່ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດຂອງຫວຽດນາມມາລົງທຶນ ດຳເນີນທຸລະກິດຢູ່ປະເທດນີ້.
(ແຫຼ່ງຄັດຈາກ VOV)