ຂ່າວສານ

Tanzania ແມ່ນຫນຶ່ງໃນບັນດາຄູ່ຮ່ວມມືບຸລິມະສິດຂອງຫວຽດນາມຢູ່ອາຟິຼິກາ

ຕອນບ່າຍວັນທີ 11 ຕຸລາ, ທ່ານນາງ ດັ້ງທິງອກທິ້ງ ຜູ້ຮັກສາການປະທານປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານ Augustine Mahiga, ລັດຖະມົນຕີການຕ່າງປະເທດ ແລະ ຮ່ວມມື ອາຟຼິກາຕາເວັນອອກ ຂອງTanzania. 

ທ່ານນາງ ດັ້ງທິງອກທິ້ງ ຜູ້ຮັກສາການປະທານປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານ Augustine Mahiga, ລັດຖະມົນຕີການຕ່າງປະເທດ ແລະ ຮ່ວມມື ອາຟຼິກາຕາເວັນອອກ ຂອງTanzania. 

ກ່າວຄຳເຫັນນະທີ່ນີ້ ທ່ານນາງ ດັ້ງທິງອກທິ້ງ ເນັ້ນຫນັກວ່າ: Tanzania ແມ່ນຫນຶ່ງໃນບັນດາຄູ່ຮ່ວມມືບຸລິມະສິດຂອງຫວຽດນາມຢູ່ອາຟິຼິກາ  ແລະ ສະເຫນີ ວ່າ: ໃນໄລຍະຈະມາເຖິງ ສອງຝ່າຍຍູ້ແຮງການຮ່ວມມືດ້ານການຄ້າ ການລົງທຶນ ເພື່ອບັນລຸຄາດໝາຍດ້ານການຄ້າສອງຝ່າຍໃຫ້ຂຶ້ນເຖິງ 1 ຕື້ USD ໃນປີ 2020 ແລະ ສອງປະເທດຄວນສຸມໃສ່ເປີດກວ້າງການຮ່ວມມືໃນຂົງເຂດກະສິກຳ, ໂທລະຄົມມະນາຄົມ, ການຜະລິດເຄື່ອງໃຊ້ສອຍ ແລະ ຢັ້ງຢືນ ຫວຽດນາມ ພ້ອມແລ້ວແບ່ງປັນບົດຮຽນໃນການຜະລິດກະສິກຳ ກັບ Tanzania.

ສ່ວນທ່ານລັດຖະມົນຕີການຕ່າງປະເທດ Tanzania ຢືນຢັນ: ລັດຖະບານ Tanzania ຍາມໃດກໍ່ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດຂອງຫວຽດນາມມາລົງທຶນ ດຳເນີນທຸລະກິດຢູ່ປະເທດນີ້.

(ແຫຼ່ງຄັດຈາກ VOV)



top