• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

SOM ASEAN+3 ຄົ້ນຄວ້າ, ພັດທະນາ ແລະ ສຳຜັດກັບວັກຊິນກັນໂຄວິດ-19 ຢ່າງປອດໄພ, ມີປະສິດທິຜົນ

      ວັນທີ 22 ມິຖຸນາ, ກອງປະຊຸມທາງອອນລາຍບັນດາເຈົ້າໜ້າທີ່ອາວຸໄສ (SOM) ອາຊຽນ + 3 ລະຫວ່າງອາຊຽນ ກັບບັນດາຄູ່ຮ່ວມມື ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ ຖືກໄຂຂຶ້ນໃນວັນທີ 22 ມິຖຸນາ.
ທ່ານຮອງລັດຖະມົນຕີການຕ່າງປະເທດ ຫງວຽນກວກຢຸງ, ນຳໜ້າເຂົ້າຮ່ວມກອງປະຊຸມ
(ພາບ: TTXVN)
      ຄະນະຜູ້ແທນຫວຽດນາມ ໂດຍທ່ານຮອງລັດຖະມົນຕີການຕ່າງປະເທດ ຫງວຽນກວກຢຸງ, ຫົວໜ້າ SOM ອາຊຽນ ຫວຽດນາມ ນຳໜ້າເຂົ້າຮ່ວມກອງປະຊຸມ.
        ທີ່ກອງປະຊຸມ, ບັນດາຄູ່ຮ່ວມມືຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ ລ້ວນແຕ່ຢືນຢັນວ່າ ຈະສືບຕໍ່ຕັ້ງໜ້າເຂົ້າຮ່ວມບັນດາຂໍ້ລິເລີມຂອງອາຊຽນ ກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ໜູນຊ່ວຍບັນດາປະເທດອາຊຽນ ຍົກສູງ ກຳລັງຄວາມສາມາດດ້ານການແພດປ້ອງກັນ, ຄົ້ນຄວ້າ, ພັດທະນາ ແລະ ສຳຜັດກັບວັກຊິນກັນໂຄວິດ-19 ຢ່າງປອດໄພ, ມີປະສິດທິຜົນ ແລະ ສຳໝ່ຳສະເໝີກັນ. ບັນດາປະເທດໃຫ້ຄຳໝັ້ນສັນຍາສືບຕໍ່ຊຸກຍູ້ການຫັນການຄ້າເປັນເສລີ ແລະ ຮ່ວມສຳພັນເສດຖະກິດພາກພື້ນ, ໃຫ້ສັດຕະຍາບັນ ແລະ ຜັນຂະຫຍາຍສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໂດຍໄວ.
        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີ ຫງວຽນກວດຢຸງ ໄດ້ສະເໜີໃຫ້ 3 ປະເທດຄູ່ຮ່ວມມືຈົ່ງແບ່ງປັນບັນດາບົດຮຽນໃນການຮັບມືກັບໂລກລະບາດ, ໜູນຊ່ວຍອາຊຽນ ເພີ່ມທະວີກຳລັງຄວາມສາມາດຜະລິດ ແລະ ຊື້ວັກຊິນໃຫ້ແກ່ປະຊາຊົນຢ່າງທັນການ. ພ້ອມກັນນັ້ນ, ອາຊຽນ+3 ຄວນຍູ້ແຮງການຮ່ວມມືທາງດ້ານເສດຖະກິດ, ແລກປ່ຽນການຄ້າ, ສົມທົບກັບບັນດາບັນຫາການເງິນ, ເງິນຕາ, ສ້າງຄວາມສະດວກໃຫ້ແກ່ການໄປມາຂອງປະຊາຊົນໃນພາກພື້ນເມື່ອມີເງື່ອນໄຂ.
        ທ່ານຮອງລັດຖະມົນຕີກໍ່ເນັ້ນໜັ້ກວ່າ, ໂດຍແມ່ນປະທານກຸ່ມຮັບຜິດຊອບສະເພາະຂໍ້ລິເລີມຮ່ວມສຳພັນອາຊຽນ (IAI), ຫວຽດນາມ ສະເໜີໃຫ້ບັນດາຄູ່ຮ່ວມມືຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ ສືບຕໍ່ໜູນຊ່ວຍອາຊຽນ ຮັດແຄບໄລຍະຫ່າງຂອງການພັດທະນາຢູ່ບັນດາອະນຸພາກພື້ນຂອງອາຊຽນ.
(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top