• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

SEA Games 32: ທິມ Vovinam ຫວຽດ​ນາມ ຍາດ​ໄດ້ຫຼຽນ​ເງິນ​ຕື່ມ​ອີກ

ໃນຕອນເຊົ້າຂອງວັນທີ 8 ພຶດສະພາ, ທິມລອຍນ້ຳຂອງ ຫວຽດນາມ ກໍ່ທຳການແຂ່ງຂັນດ້ວຍຜົນສຳເລັດອັນດີງາມ. ໃນຮອບຄັດເລືອກ.
  (ພາບ: TTXVN)  

ຕອນເຊົ້າວັນທີ 8 ພຶດສະພາ, ໃນຂອບເຂດງານມະຫາກຳກິລາອາຊີຕາເງັນອກສ່ຽງໃຕ້ຄັ້ງທີ 32 (SEA Games 32) ຈັດຂຶ້ນຢູ່ ພະນົມເປັນ ປະເທດ ກຳປູເຈຍ, ນັກມວຍ  ຮິງຄັກງວຽນ ຄວ້າໄດ້ຫຼຽນເງິນໃຫ້ແກ່ທິມ Vovinam ຫວຽນາມ ຊື່ງຍາດໄດ້ 268 ຄະແນນ ໃນຂະນະທີ່ນັກມວຍ Aik Soe Lin ຂອງ ມຽນມາ ຄ້ວາໄດ້ຫຼຽນຄຳ ດ້ວຍ 270 ຄະແນນ. ໃນຕອນບ່າຍ, 2 ນັກມວຍ ຫງວຽນທິຮ່ວາຍເນືອງ ແລະ ຫງວຽນຮ່ວງຢູ້ ຍາດໄດ້ຫຼຽນຄຳໃຫ້ແກ່ ທິມ Vovinam ຫວຽນາມ ສຳລັບເນື້ອໃນແຂ່ງຂັນປ້ອງກັນຕົວຍິງ ແລະ ໄລ່ຮອດ13 ໂມງຂອງວັນທີ 8 ພຶດສະພາ, ທິມ Vovinam ຫວຽນາມ ປະກອບໃຫ້ຄະນະນັກກິລາ ຫວຽດນາມ 3 ຫຼຽນຄຳ,  5 ຫຼຽນເງິນ ແລະ 1 ຫຼຽນທອງ

ແລະ ກໍ່ໃນຕອນເຊົ້າຂອງວັນທີ 8 ພຶດສະພາ, ທິມລອຍນ້ຳຂອງ ຫວຽດນາມ ກໍ່ທຳການແຂ່ງຂັນດ້ວຍຜົນສຳເລັດອັນດີງາມ. ໃນຮອບຄັດເລືອກ, ສຳລັບເນື້ອໃນລອຍນ້ຳຍິງເສລີ ໄລຍະ 100 ມ, ຫງວຽນທິຮຽນ ໄດ້ອັນດັບ 1 ແລະ ຟ້າມທິເວີນໄດ້ອັນດັບທີ 2. ສ່ວນສຳລັບເນື້ອໃນລອຍນ້ຳຍິງເສລີ ໄລຍະ 400 ມ, 2 ນັກກິລາຂອງ ຫວຽດນາມ ໄດ້ເຂົ້າຮອບຊິງຊະນະເລີດ. ບັນດາເນື້ອໃນຮອບຊິງຊະນະເລີດ ລອຍນ້ຳຍິງເສລີ 100 ມ ແລະ 400 ມ ຈັດຂຶ້ນໃນຕອນຄ່ຳຂອງວັນທີ 8 ພຶດສະພາ ແລະ ຈະໄດ້ອັບເດັດເມື່ອມີຜົນ.

ໃນຕອນບ່າຍຂອງວັນທີ 8 ພຶດສະພາ, ທິມ Karate ຫວຽດນາມ ກໍ່ຍາດໄດ້ຕື່ມອີກ 2 ຫຼຽນຄຳສຳລັບເນື້ອໃນແຂ່ງຂັນໂດຍກົງທິມຊາຍ ແລະ ທິມຍິງ.

 

(ແຫຼ່ງຄັດຈາກ VOV)

ມະຫາໄຊລະດູບານໃໝ່ 1975 ແມ່ນໄຊຊະນະອັນຍິ່ງໃຫຍ່ຂອງປະຫວັດສາດຂອງຊາດ ຫວຽດນາມ

ມະຫາໄຊລະດູບານໃໝ່ 1975 ແມ່ນໄຊຊະນະອັນຍິ່ງໃຫຍ່ຂອງປະຫວັດສາດຂອງຊາດ ຫວຽດນາມ

ທ່ານປະທານປະເທດ ຢືນຢັນວ່າ ມະຫາໄຊລະດູບານໃໝ່ 1975, ແມ່ນໄຊຊະນະອັນຍິ່ງໃຫຍ່ຂອງປະຫວັດສາດນັບພັນປີແຫ່ງການຕໍ່ສູ້, ສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງຊາດ ຫວຽດນາມ.

Top