• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

SEA Games 31: ຈິດໃຈກິລາໄດ້ໄຊຊະນະຕໍ່ໂລກລະບາດ

ຫວຽດນາມ ຕ້ອນຮັບນັກກິລາ, ຄູຝຶກ, ເຈົ້າໜ້າທີ່ບັນດາຄະນະນັກກິລາ, ແຟນກິລາເປັນຈຳນວນຫຼວງຫຼາຍ ມາແຂ່ງຂັນ ແລະ ເຊຍ.

ຫວຽດນາມ ຕ້ອນຮັບນັກກິລາ, ຄູຝຶກ, ເຈົ້າໜ້າທີ່ບັນດາຄະນະນັກກິລາ, ແຟນກິລາເປັນຈຳນວນຫຼວງຫຼາຍ ມາແຂ່ງຂັນ ແລະ ເຊຍ.

    

ປະເທດເຈົ້າພາບ ຫວຽດນາມ ພວມເຮັດທຸກສິ່ງທຸກຢ່າງເປັນຢ່າງດີທີ່ສຸດໃຫ້ SEA Games 31. (ພາບປະກອບ: TTXVN)

ສື່ເອເລກໂຕນິກ Yahoo ຫາກໍ່ລົງບົດຂຽນກ່ຽວກັບ SEA Games 31, ຖືວ່າ ໂດຍບໍ່ຫົວຊາຕໍ່ໂລກລະບາດໂຄວິດ-19, ງານມະຫາກຳກິລາໃຫຍ່ທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້ ຍັງໄດ້ຈັດຂຶ້ນດ້ວຍຄວາມຈູບຈ້າວຫ້າວຫັນ, ຄວາມຕັດສິນໃຈຂອງບັນດາຄະນະນັກກິລາທີ່ເຂົ້າຮ່ວມ. ປະເທດເຈົ້າພາບ ຫວຽດນາມ ໄດ້ ແລະ ພວມເຮັດທຸກສິ່ງທຸກຢ່າງເປັນຢ່າງດີທີ່ສຸດ ເພື່ອຮັບປະກັນໃຫ້ SEA Games 31 ດຳເນີນໄປດ້ວຍຄວາມປອດໄພ, ແຕ່ຍັງເຂັ້ມຂຸ້ມໄປດ້ານນ້ຳໃຈກິລາ.

ໃນໂອກາດຈັດ SEA Games 31, ຫວຽດນາມ ຕ້ອນຮັບນັກກິລາ, ຄູຝຶກ, ເຈົ້າໜ້າທີ່ບັນດາຄະນະນັກກິລາ, ແຟນກິລາເປັນຈຳນວນຫຼວງຫຼາຍ ມາແຂ່ງຂັນ ແລະ ເຊຍ. ນີ້ແມ່ນສິ່ງທົດສອບ ແຕ່ກໍ່ເປັນກາລະໂອກາດ ເພື່ອໃຫ້ ຫວຽດນາມ ໂຄສະນາພາບພົດຕໍ່ເພື່ອນມິດສາກົນ.

ອ້າຍ ຢານີວົງ, ນັກຂ່າວມາຈາກ ໄທ ແບ່ງປັນວ່າ, ສິ່ງທີ່ອ້າຍມີຄວາມປະທັບໃຈທີ່ສຸດໃນຊຸມມື້ມາ ຫວຽດນາມ ໃຫ້ຂ່າວກ່ຽວກັບ SEA Games 31 ນັ້ນແມ່ນ ບັນດາເຍື່ອງອາຫານຢູ່ ຫວຽດນາມ ແມ່ນອຸດົມສົມບູນທີ່ສຸດ. ຊາວ ຫວຽດນາມ ເປັນຄົນໃກ້ຊິດສະໜິດສະໜົມ ແລະ ເປີດເຜີຍ. ຫວຽດນາມ ປະຕິບັດວຽກງານຈັດຕັ້ງເປັນຢ່າງດີທີ່ສຸດ.

(ແຫຼ່ງຄັດຈາກ VOV)

ຈັດການພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ຍີ່ປຸ່ນ

ຈັດການພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ຍີ່ປຸ່ນ

ທີ່ລາຍການ, ໄດ້ດຳເນີນການເຄື່ອນໄຫວພົບປະແລກປ່ຽນທີ່ປະທັບໃຈ, ດຶງດູດແຂກທ່ອງທ່ຽວເປັນຈຳນວນຫຼາຍຄື: ພົບປະແລກປ່ຽນສະແດງສິລະປະ.

Top