ຜູ້ຕາງໜ້າອົງການ ແລະ ຄະນະບໍລິຫານຊັບພະຍາກອນມະນຸດຂອງກຸ່ມບໍລິສັດ, ທ່ານ ເຈີ່ນມາຍເຮືອງ ແບ່ງປັນວ່າ: ຫຼັກສູດດັ່ງກ່າວ ໂດຍ Petrovietnam ສົມທົບກັບ PVCollege ແລະ ຄູສອນທີ່ມີປະສົບການຂອງສະຖາບັນການບໍລິຫານ PACE, ຫວັງວ່າຈະນໍາມາໃຫ້ນັກຮຽນ ມີຫຼັກສູດທີ່ມີປະສິດທິພາບ ແລະ ມ່ວນຊື່ນ.
ກ່າວຄຳເຫັນທີ່ການເປີດຊຸດຮຽນ, ທ່ານ ໂງຊວນຮືງ, ຮອງຜູ້ອຳນວຍການໂຮງຮຽນ PVCollege, ຕາງໜ້າໃຫ້ການນຳໂຮງຮຽນ, ໄດ້ຊົມເຊີຍນັກສຶກສາ 30 ຄົນທີ່ໄດ້ເຂົ້າຮ່ວມລາຍການ “ການພັດທະນາຄວາມສາມາດໃນການຄຸ້ມຄອງບໍລິຫານ - MDP”. ສະຫາຍ ໂງຊວນຮືງ ເນັ້ນໜັກວ່າ, ແຕ່ລະຄົນລ້ວນແຕ່ມີແບບແຜນວິທີບໍລິຫານ ແລະ ລັກສະນະການນຳພາ, ແຕ່ພື້ນຖານການຄຸ້ມຄອງ ແລະ ຄວາມເປັນຜູ້ນຳລ້ວນແຕ່ມີທິດສະດີລວມທີ່ມະນຸດ ໄດ້ດຶງດູດເອົາມາເປັນເວລາຫຼາຍຮ້ອຍປີ. ໂດຍຜ່ານຫຼັກສູດ ດັ່ງກ່າວ, ຜູ້ຊ່ຽວຊານຈະຖ່າຍທອດທິດສະດີທົ່ວໄປ ເຫຼົ່ານັ້ນ, ພ້ອມດຽວກັນນັ້ນ, ຜ່ານການສົນທະນາພາກປະຕິບັດ, ແລກປ່ຽນກັບເພື່ອນຮ່ວມງານ, ປະສົບການໃນການເຮັດວຽກ, ຈະປະກອບສ່ວນສ້າງພື້ນຖານໃຫ້ແກ່ນັກຝຶກອົບຮົມ - ຜູ້ຈັດການສາມາດໄປຕື່ມອີກ.
ເປົ້າໝາຍຂອງໂຄງການແມ່ນເພື່ອສ້າງສະພາບແວດລ້ອມແຫ່ງການຮຽນຮູ້ (ການຝຶກອົບຮົມຢ່າງເປັນທາງການ ແລະ ພາກປະຕິບັດ) ເພື່ອພັດທະນາຄະນະຜູ້ນຳ ແລະ ຜູ້ບໍລິຫານ Petrovietnam ທີ່ມີຄຸນນະພາບ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາ, ປະດິດສ້າງຢ່າງວ່ອງໄວ ແລະ ມີປະສິດທິຜົນຂອງ Petrovietnam ແລະ ຕິດພັນກັບການຊຸກຍູ້ການປະຕິບັດຂອງ 4 ຄໍາຂວັນຂອງ Petrovietnam: ສາມັກຄີ - ມີລະບຽບວິໄນ - ຄວາມຄິດສ້າງສັນ - ປະສິດທິພາບ.
ພາຍຫຼັງພິທີເປີດ, ຫຼັກສູດເລີ່ມມີການເຂົ້າຮ່ວມຂອງອາຈານ ຫງວຽນຈີວິງ ມາຈາກສະຖາບັນການບໍລິຫານ PACE. ຫຼັກສູດດັ່ງກ່າວໄດ້ແບ່ງອອກເປັນ 2 ໄລຍະ, ໄລຍະທີ 1 ດໍາເນີນແຕ່ວັນທີ 17 ຕຸລາ ຫາ 21 ຕຸລາ, ແລະ ໄລຍະທີ 2 ດໍາເນີນແຕ່ວັນທີ 31 ຕຸລາ ຫາ 4 ພະຈິກ 2022.
ປະຕິບັດ: VNA/VNP