• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

PKK ຍອມ​ຮັບ​ວ່າ​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ກໍ່​ການ​ຮ້າຍ​ຢູ່ ຕວັກ​ກີ

ກຸ່ມພັກກຳມະກອນຊາວ Kurd (PKK) ຍອມຮັບວ່າ ໄດ້ດຳເນີນການບຸກໂຈມຕີສະຫຼະຊີບ ແນໃສ່ສຳນັກງານລັດຖະບານຢູ່ນະຄອນຫຼວງ Ankara ຂອງ ຕວັກກີ ໃນວັນດຽວກັນ ເຮັດໃຫ້ຕຳຫຼວດ 2 ຄົນ ຮັບບາດເຈັບ.
ກຳລັງຮັບຜິດຊອບວຽກງານສະເພາະ ຕັວກກີດ ປິດລ້ອມບໍລິເວນໃກ້ເຂດເກີດການວາງລະເບີດ ຢູ່ Ankara, ວັນທີ 1/10/2023 (ພາບ: AFP/TTXVN)

ວັນທີ 1 ຕຸລາ, ກຸ່ມພັກກຳມະກອນຊາວ Kurd (PKK) ຍອມຮັບວ່າ ໄດ້ດຳເນີນການບຸກໂຈມຕີສະຫຼະຊີບ ແນໃສ່ສຳນັກງານລັດຖະບານຢູ່ນະຄອນຫຼວງ  Ankara ຂອງ ຕວັກກີ ໃນວັນດຽວກັນ ເຮັດໃຫ້ຕຳຫຼວດ 2 ຄົນ ຮັບບາດເຈັບ.

ກ່ອນໜ້ານັ້ນ, ໃນວັນດຽວກັນ, 2 ເປົ້າໝາຍໄດ້ປະຕິບັດການວາງລະເບີດສະຫຼະຊີບຢູ່ໜ້າປະຕູໂຂງເຂົ້າ ກົມໃຫຍ່ປ້ອງກັນຄວາມສະຫງົບ ກະຊວງພາຍໃນ ຕວັກກີ ຢູ່ນະຄອນຫຼວງ Ankara. ກະຊວງພາຍໃນ ຕວັກກີ ໄດ້ຢັ້ງຢືນວ່າ ນີ້ແມ່ນການກະທຳ “ບຸກໂຈມຕີກໍ່ການຮ້າຍ”.

ຫຼາຍປະເທດ, ໃນນັ້ນ ມີ ອາເມລິກາ, ອັງກິດ ແລະ ເຢຍລະມັນ, ພ້ອມກັບບັນດາປະເທດຢູ່ພາກພື້ນຕາເວັນອອກກາງ ແລະ ອາຟະລິກາເໜືອ ໄດ້ກ່າວປະນາມເຫດບຸກໂຈມຕີດັ່ງກ່າວ, ພ້ອມທັງສະແດງການສະໜັບສະໜູນ ແລະ ຄວາມສາມັກຄີກັບລັດຖະບານ ຕວັກກີ. ລັດຖະບານ ຕວັກກີ, ອາເມລິກາ ແລະ ສະຫະພາບເອີຣົບ (ອີຢູ) ໄດ້ນຳ PKK ເຂົ້າໃນບັນຊີລາຍຊື່ບັນດາອົງການກໍ່ການຮ້າຍ.

 

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top