• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

OPEC ຄາດຄະເນກ່ຽວກັບຄວາມຕ້ອງການນ້ຳມັນໃນປີ 2022

      ຄວາມຕ້ອງການນ້ຳມັນທົ່ວໂລກ ໃນປີ 2021 ຈະເພີ່ມຂຶ້ນຕື່ມອີກ 5,7 ລ້ານ ຖັງ/ວັນ, ຕ່ຳກວ່າ 160.000 ຖັງ/ວັນ ເມື່ອທຽບກັບໄລຍະຄາດຄະເນກ່ອນໜ້ານັ້ນ. 
ຮາກຖານຂຸດຄົ້ນນ້ຳມັນແຫ່ງໜຶ່ງ ຢູ່ອີຣານ (ພາບ: IRNA/TTXVN)
      ບົດລາຍງານເດືອນພະຈິກ ຂອງອົງການບັນດາປະເທດສົ່ງອອກນ້ຳມັນ (OPEC) ໄດ້ຮັກສາການຄາດຄະເນກ່ຽວກັບການເຕີບໂຕຄວາມຕ້ອງການນ້ຳມັນໃນ ປີ 2022 ຢູ່ລະດັບປະມານ 4,2 ລ້ານຖັງ/ວັນໄວ້ຄືເກົ່າ. ຕາມບົດລາຍງານແລ້ວ, ຄວາມຕ້ອງການນ້ຳມັນໃນປີ 2022 ອາດຈະບັນລຸ 100,6 ລ້ານ ຖັງ/ວັນ, ສູງກ່ວາ 0,5 ລ້ານຖັງເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019. ບັນດາປະເທດເອີລົບ ທີ່ຂຶ້ນກັບອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) ຈະມີລະດັບຊົມໃຊ້ສູງກ່ວາອີກ, ໃນຂະນະທີ່ຄວາມຕ້ອງການນ້ຳມັນຂອງ ອາເມລິກາ ຈະຊ້າລົງ.
      ຄວາມຕ້ອງການນ້ຳມັນທົ່ວໂລກ ໃນປີ 2021 ຈະເພີ່ມຂຶ້ນຕື່ມອີກ 5,7 ລ້ານ ຖັງ/ວັນ, ຕ່ຳກວ່າ 160.000 ຖັງ/ວັນ ເມື່ອທຽບກັບໄລຍະຄາດຄະເນກ່ອນໜ້ານັ້ນ. ເລື່ອງ ຫຼຸດການຄາດຄະເນ ຄວາມຕ້ອງການນ້ຳມັນ ແມ່ນຍ້ອນ “ລະດັບນຳໃຊ້ຢູ່ ຈີນ ແລະ ອິນເດຍ ຫຼຸດລົງໃນໄຕມາດທີ III/2021”. ປັດຈຸບັນຄວາມຕ້ອງການນ້ຳມັນ ທົ່ວໂລກໃນປີ 2021 ແມ່ນ 96,4 ລ້ານຖັງ/ວັນ.
(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕັກເຕືອນແຂວງທ້າຍບິ່ງຕ້ອງຄົ້ນຄ້ວາ, ຂຸດຄົ້ນທີ່ດິນຢ່າງມີປະສິດທິຜົນ, ເຮັດໃຫ້ໃໝ່ບັນດາກຳລັງໜູນເຕີບໂຕທີ່ມີຢູ່ແລ້ວ.

Top