• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

Olympic Paris 2024 ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ

ງານແຂ່ງຂັນກິລາ Olympic Paris 2024 ໄດ້ໄຂຂຶ້ນຢ່າງເປັນທາງການໃນເວລາ 19 ໂມງ 30 ນາທີຂອງວັນທີ 26 ກໍລະກົດ ຕາມເວລາທ້ອງຖິ່ນ ຢູ່ນະຄອນຫຼວງ ປາຣີ ຂອງ ຝລັ່ງ. ເຖິງວ່າຝົນຕົກກໍ່ຕາມ ແຕ່ມີນັບແສນຄົນໄດ້ເຂົ້າຮ່ວມພິທີໄຂດັ່ງກ່າວ.
ສະໜາມຫຼວງ Trocadero, ທາດ Eiffel (ພາບ: ຄະນະກຳມະການ Olympic)

ເລີ່ມຕົ້ນພິທີໄຂທີ່ແກ່ຍາວເປັນເວລາເກືອບ 4 ຊົ່ວໂມງ ແມ່ນການເດີນຂະບວນສະແດງກຳລັງໃນແມ່ນ້ຳ Seine ຂອງນັກກິລາ 7.000 ຄົນຂອງບັນດາປະເທດ ແລະ ເຂດແຄວ້ນເຂົ້າຮ່ວມງານມະຫາກຳກິລາ Olympic Paris 2024. ມີນັກຟ້ອນ, ນັກຮ້ອງໂດງດັງ, ນັກສິລະປິນ ນັບພັນຄົນ ໄດ້ສະແດງບັນດາບົດເພງ, ວາດຟ້ອນພື້ນເມືອງ ແລະ ທັນສະໄໝຂອງ ຝລັ່ງ. ນອກຈາກນັ້ນ, ພິທີໄຂຍັງສ້າງຄວາມປະທັບໃຈຢ່າງແຮງ ຍ້ອນເຕັກໂນໂລຢີສະແດງສິລະປະແສງສີຢູ່ສະໜາມຫຼວງ Trocadero, ທາດ Eiffel. ໃນເວລາ 23 ໂມງຕົງ ຕາມເວລາທ້ອງຖິ່ນ, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ໄດ້ປະກາດໄຂງານມະຫາກຳກິລາ 2024 ຢ່າງເປັນທາງການ.

ຫຼັງຈາກນັ້ນແມ່ນການແຫ່ທວນໄຟ ແລະ ຕໍ່ທວນໄຟຂອງບັນດານັກກິລາຊື່ສຽງຂອງ ຝລັ່ງ ແລະ ໂລກ.

(ແຫຼ່ງຄັດຈາກ VOV)

ຍູ້​ແຮງ​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ຍີ່​ປຸ່ນ​ໃຫ້​ຫຼາຍກວ່າ​ອີກ

ຍູ້​ແຮງ​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ຍີ່​ປຸ່ນ​ໃຫ້​ຫຼາຍກວ່າ​ອີກ

​​ທ່ານ ໂຕ​ເລິມເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທາ​ນ​ປະ​ເທດ ຫວຽດ​ນາມ ສະ​ເໜີ​ທ່ານ Fujita Fumitake ສືບ​ຕໍ່ ສະ​ໜັບ​ສະ​ໜູນ, ຊຸກ​ຍູ້​ນຳ​ການ​ພົວ​ພັນ​ສອງ​ປະ​ເທດໃຫ້​ກ້າວ​ເຂົ້າ​ສູ່​ໄລ​ຍະ​ພັດ​ທະ​ນາ​ໃໝ່; ຍູ້​ແຮງ​ການ​ພົວ​ພັນ​ພົບ​ປະ​ແລກ​ປ່ຽນ, ຮ່ວມ​ມື​ລະ​ຫວ່າງ​ພັກ​ ປະ​ຕິ​ວັດ ​ຍີ່​ປຸ່ນ ກັບ ຫວຽດ​ນາມ ໃຫ້ຫຼາຍກວ່າ​ອີກ.

Top