• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

NATO ຕົກ​ລົງ​ເຫັນ​ດີ ສະ​ໜອງ​ລະ​ບົບປ້ອງ​ກັນ​ອາ​ກາດ​ໃຫ້ ຢູ​ແກຼນ ຕື່ມ​ອີກ

NATO ໄດ້ເບິ່ງຄືນຄວາມອາດສາມາດທີ່ພວມມີ, ໃນນັ້ນມີບັນດາລະບົບທີ່ອາດສາມາດສະໜອງໃຫ້ແກ່ ຢູແກຼນ ໄດ້.
ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ NATO ແລະ ຢູແກຼນ (ພາບ: NATO) 

ວັນທີ 19 ເມສາ, ທ່ານເລຂາທິການໃຫຍ່ ອົງການສົນທິສັນຍາອັດລັງຕິກເໜືອ (NATO) Jens Stoltenberg ໄດ້ປະກາດຂໍ້ຕົກລົງສະໜອງລະບົບປ້ອງກັນອາກາດໃຫ້ແກ່ ຢູແກຼນ ຕື່ມອີກ ແຕ່ບໍ່ໄດ້ເຜີຍວັນເວລາລະອຽດ.

ກ່າວຄຳເຫັນພາຍຫຼັງກອງປະຊຸມທາງໄກລະຫວ່າງບັນດາລັດຖະມົນຕີກະຊວງປ້ອງກັນປະເທດ NATO ແລະ ຢູແກຼນ, ທ່ານເລຂາທິການໃຫຍ່ NATO Jens Stoltenberg ໃຫ້ຮູ້ວ່າ NATO ໄດ້ເບິ່ງຄືນຄວາມອາດສາມາດທີ່ພວມມີ, ໃນນັ້ນມີບັນດາລະບົບທີ່ອາດສາມາດສະໜອງໃຫ້ແກ່ ຢູແກຼນ ໄດ້.

(ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ທີ່​ການ​ເຈ​ລະ​ຈາ​ຢູ່​ນະ​ຄອນຫຼວງ ວຽງ​ຈັນ​ທີ່​ໄດ້​ດຳ​ເນີນ​ໃນ​ວັນ​ດຽວ​ກັນ, ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ສອງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ພ້ອມ​ກັນ​ມາ​ນະ​ພະ​ຍາ​ຍາມ​ເຮັດ​ໃຫ້​ເນື້ອ​ໃນ ຫຸ​້ນ​ສ່ວນ​ຍຸດ​ທະ​ສາດ​ເລິກ​ເຊິ່ງກວ່າ​ອີກ, ສຸມ​ໃສ່​ຫັນ​ເປັນ​ລະ​ອຽດ ແລະ ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ​ມີ​ປ​ະ​ສິດ​ທິ​ຜົນ​ກວ່າ

Top