• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

Moldova ຍາມໃດກໍ່ເຄົາລົບການພົວພັນມິດຕະພາບທີ່ເປັນມູນເຊື້ອກັບຫວຽດນາມ

Moldova ຍາມໃດກໍ່ເຄົາລົບການພົວພັນມິດຕະພາບທີ່ເປັນມູນເຊື້ອກັບຫວຽດນາມ, ນີ້ແມ່ນຄຳຢືນຢັນຂອງທ່ານປະທານາທິບໍດີ Moldova, Igor Dodon ທີ່ການຕ້ອນຮັບທ່ານ ຫງວຽນແອງຕ໋ວນ, ເອກອັກຄະລັດຖະທູດຫວຽດນາມ ປະຈຳຢູແຫຼນ ທັງຮັບຜິດຂອບໜ້າທີ່ການທູດຢູ່ Moldova ເຂົ້າຍືນສານແຕ່ງຕັ້ງ ໃນວັນທີ 18 ພຶດສະພາ, ຢູ່ນະຄອນຫຼວງ Chisinau.


ທ່ານ ຫງວຽນແອງຕ໋ວນ, ເອກອັກຄະລັດຖະທູດຫວຽດນາມ ປະຈຳຢູແຫຼນ
ທັງຮັບຜິດຂອບໜ້າທີ່ການທູດຢູ່ Moldova ເຂົ້າຢືນສານແຕ່ງຕັ້ງ

(ພາບ: TTXVN) 

ທ່ານປະທານາທິບໍດີຊີ້ແຈ້ງວ່າ, Moldova ຍາມໃດກໍ່ຖືເປັນສຳຄັນການເພີ່ມທະວີການພົວພັນກັບຫວຽດນາມ, ເຊິ່ງເປັນຄູ່ຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນຢູ່ພາກພື້ນອາຊີ - ປາຊີຟິກ. ທ່ານປະທານາທິບໍດີ Igor Dodon ໄດ້ເນັ້ນໜັກເປັນພິເສດເຖິງບົດບາດສຳຄັນໃນການຮ່ວມມືໃນຂົງເຂດເສດຖະກິດ, ສາທາລະນະສຸກລະຫວ່າງ 2 ປະເທດ. ໃນຫຼາຍປີຜ່ານມາ, Moldova ໄດ້ຮັບນັກສຶກສາຫວຽດນາມ ຫຼາຍຄົນມາຮ່ຳຮຽນຢູ່ Chisinau ແລະ ຫວັງວ່າ 2 ປະເທດຈະສືບຕໍ່ຮ່ວມມືຢ່າງແຮງໃນຂົງເຂດການສຶກສາໃນໄລຍະຈະມາເຖິງ.

      2 ຝ່າຍຢືນຢັນຈະນຳໃຊ້ຄວາມສາມາດບົ່ມຊ້ອນຮ່ວມມືຢ່າງສຸດຂີດທີ່ມີຢູ່ແລ້ວລະຫວ່າງ 2 ປະເທດໃນບັນດາຂົງເຂດການທູດ, ການເມືອງ ແລະ ເສດຖະກິດ, ກໍຄືການຮ່ວມມືໃນບັນດາອົງການຈັດຕັ້ງສາກົນ, ສະຫະປະຊາຊາດ ແລະ ເວທີປາໄສຫຼາຍຝ່າຍ.

(ແຫຼ່ງຄັດຈາກ VOV)


ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top