• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

Lonely Planet ຄັດ​ເລືອກ 9 ສິ່ງ​ມະ​ຫັດ​ສະ​ຈັນ​ທຳ​ມະ​ຊາດ​ທີ່​ສວຍ​ງາມ​ທີ່​ສຸດຢູ່ ຫວຽດ​ນາມ

ນຳ​ໜ້າ​ບັນ​ຊີ​ລາ​ຍ​ຊື່​ຂອງ Lonely Planet ແມ່ນ ອ່າວ​ຮະ​ລອງ, ບ່ອນ​ທີ່​ມີ​ທັດ​ສະ​ນີ​ຍະ​ພາບ​ແຄມ​ທະ​ເລ​ສຸດຍອດ​ທີ່​ສຸດ.
  ອ່າວ​ຮະ​ລອງ ໄດ້​ຮັບ​ການ​ຄັດ​ເລືອກ​ຈາກ Lonely Planet ​​ວ່າ​ແມ່ນສິ່ງ​ມະ​ຫັດ​ສະ​ຈັນ​ທຳ​ມະ​ຊາດ​ທີ່​ສວຍ​ງາມ​ທີ່​ສຸດຢູ່ ຫວຽດ​ນາມ (ພາບ: Lonely)  

ວາ​ລະ​ສານ​ການ​ທ່ອງ​ທ່ຽວ ອາ​ເມ​ລິ​ກາ Lonely Planet ຫາ​ກໍ່​ຄັດ​ເລືອກ 9 ສິ່​ງ​ມະ​ຫັດ​ສະ​ຈັນ​ທຳ​ມະ​ຊາດ​ທີ່​ສວຍ​ງາມ​ທີ່​ສຸດຢູ່ ຫວຽດ​ນາມ. ນຳ​ໜ້າ​ບັນ​ຊີ​ລາ​ຍ​ຊື່​ຂອງ Lonely Planet ແມ່ນ ອ່າວ​ຮະ​ລອງ, ບ່ອນ​ທີ່​ມີ​ທັດ​ສະ​ນີ​ຍະ​ພາບ​ແຄມ​ທະ​ເລ​ສຸດຍອດ​ທີ່​ສຸດ. ດ້ວຍ​ເກາະ​ຫີນ​ປູນ​ໃຫຍ່​ໜ້ອຍກວ່າ 2.000 ເກາະ​ທີ່​ໄດ້​ປົກ​ຄຸມ​ໄປ​ດ້ວຍ​ຕົ້ນ​ໄມ້​ຂຽວ​ອຸ່ມ​ທຸມ, ສະ​ຖານ​ທີ່​ແຫ່ງ​ນີ້​ມີຫຼາຍ​ທັດ​ສະ​ນີ​ຍະ​ພາບ​ທີ່​ສວຍ​ງາມ​ເພື່ອ​ຢ້ຽມ​ຊົມ.

ຖັດ​ມາ​ແມ່ນ​ປ່າ​ສ​ະ​ຫງວນ​ແຫ່ງ​ຊາດ ຟອງ​ຍາ - ແກ​ບ່າງ (ກວ​າງ​ຈິ). ຕາມ​ວາ​ລະ​ສານ Lonely Planet ແລ້ວ, ຟອງ​ຍາ​ - ແກ​ບາງ ແມ່ນ​ໜຶ່ງ​ໃນ​ບັນ​ດາປ່າ​ສະ​ຫງວນ​ແຫ່ງ​ຊາດ​ທີ່​ໃຫຍ່​ໂຕ​ມະ​ໂຫ​ຖານ​ທີ່​ສຸດ​ຢູ່ ຫວຽດ​ນາມ, ສະ​ຖານ​ທີ່​ແຫ່ງ​ນີ້​​ສົມ​ເປັນ​ທີ່​ມີ​ໜ້າ​ໃນ​ທຸກ​ລາຍການ​ທ່​ອງ​ທ່ຽວ ຢູ່ຫວຽດ​ນາມ.

ບັນ​ດາ​ສະ​ຖານ​ທີ່​ຍັງ​ເຫຼືອ​ໃນ​ບັນ​ຊີ​ລາຍ​ຊື່​ຂອງ Lonely Planet , ລວມ​ມີ: ພູ​ຜາ​ເຂດ ເຕີຍ​ບັກ (ທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ ຫວຽດ​ນາມ), ຝູກວັກ (ແຂວງອານ​ຢາງ), ນ້ຳ​ຕົກ​ຕາດ​ບານ​ຢົກ (ແຂວງ ກວາ​ບັ່ງ), ຖຸຍ​ເຊີນ, ພູ​ໃຫຍ່​ສຸດ ແລະ ມີ​ຊື່​ສຽງ​ທີ່​ສຸດ​ໃນເຂດພູ​ຫີນ​ປູນ 5 ແຫ່ງ​ຢູ່ ດ່າ​ໜັງ; ປ່າ​ສະ​ຫງວນແຫ່ງ​ຊາດ ບາ​ເບ (ແຂວງ ຖາຍງວຽນ) ແລະ ໂນນ​ຊາຍ ໝຸຍ​ແໜ (ແຂວງ ເລິມ​ດົ່ງ).

(ແຫຼ່ງຄັດຈາກ VOV)

ຈັດ​ຕັ້ງ​ພິ​ທີ​ໄຫ້​ວ​ອາໄລ ແລະ ບົ່ງອັດ​ຖິ 9 ຊຸດ​ທີ່​ເປັນ​ນັກ​ຊ່ຽວ​ຊານ ຫວຽດ​ນາມ ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຢູ່ ລາວ​ໃນ​ສະ​ໄໝ​ສົງ​ຄາມ

ຈັດ​ຕັ້ງ​ພິ​ທີ​ໄຫ້​ວ​ອາໄລ ແລະ ບົ່ງອັດ​ຖິ 9 ຊຸດ​ທີ່​ເປັນ​ນັກ​ຊ່ຽວ​ຊານ ຫວຽດ​ນາມ ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຢູ່ ລາວ​ໃນ​ສະ​ໄໝ​ສົງ​ຄາມ

ທ່ານ​ເຈິ່ນ​ເກ​ິມ​ຕູ, ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການສູນ​ກາ​ງ​ພັກ ແລະ ບັນ​ດາ​ຜູ້​ແທນ​ໄດ້​ຖະ​ຫວາຍ​ດອກ​ໄມ້, ຈຸດ​ທູດ​ທຽນ ແລະ ໄຫວ້​ອາ​ໄວ​ຕໍ່​ວິນ​ຍານ​ຂອງ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ.

Top