• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

JBIC ມີ​ຄວາມ​ປາດ​ຖະ​ໜາ​ຢາກ​ຮ່ວມ​ມື, ຮ່ວມ​ເດີນ​ທາງພ້ອມ​ກັບ​ຫວຽດ​ນາມ ນັບ​ທັງ​ດ້ານ​ເຕັກ​ນິກ ແລະ ການ​ເງິນ​ໃນຫຼາຍ​ຂົ​ງ​ເຂດ

ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ໜຶ່ງໃນບັນດາບຸລິມະສິດແຖວໜ້າຂອງສອງປະເທດ ແມ່ນຊຸກຍູ້ການພົວພັນດ້ານເສດຖະກິດ.
  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານ Maeda Tadashi , ປະທານສະພາບໍລິຫານທະນາຄານ ຮ່ວມມືສາກົນ (JBIC) ຍີ່ປຸ່ນ (ພາບ: TTXVN)  

ຕອນເຊົ້າວັນທີ 22 ກໍລະກົດ, ທີ່ການຕ້ອນຮັບທ່ານ Maeda Tadashi , ປະທານສະພາບໍລິຫານທະນາຄານ ຮ່ວມມືສາກົນ (JBIC) ຍີ່ປຸ່ນ ,ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕີລາຄາສູງ JBIC ຍາມໃດກໍ່ຮ່ວມມືຢ່າງມີປະສິດທິຜົນ ແລະ ຕັ້ງໜ້າ, ສະໜອງຫຼາຍບ້ວງເງິນກູ້ຢືມ, ພິເສດແມ່ນພັດທະນາບັນດາໂຄງການພື້ນຖານໂຄງລ່າງສຳຄັນ, ບັນດາໂຄງການທີ່ມີ ຂອບຂະໜາດໃຫຍ່.

ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ໜຶ່ງໃນບັນດາບຸລິມະສິດແຖວໜ້າຂອງສອງປະເທດ ແມ່ນຊຸກຍູ້ການພົວພັນດ້ານເສດຖະກິດ, ຫວຽດນາມ ໄດ້ ແລະ ພວມຜັນຂະຫຍາຍຫຼາຍມາດຕະການເພື່ອຄວບຄຸມພະຍາດໂຄວິດ - 19 ຢ່າງມີປະສິດທິຜົນ, ສືບຕໍ່ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄຸ້ມຄອງໄຟເງິນເຟີ້, ຮັບປະກັນຄວາມດຸ່ນດ່ຽງໃຫຍ່, ປະຕິຮູບສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ… ຫວັງວ່າ ບັນດານັກລົງທຶນຍີ່ປຸ່ນ ຈະສືບຕໍ່ເຂົ້າມາລົງທຶນຢູ່ ຫວຽດນາມ. ໄລຍະຈະມາເຖິງ, ບົນເນື້ອໃນຈິດໃຈ “ນ້ຳໃສໃຈຈິງ, ເຊື່ອໝັ້ນ, ມີປະສິດທິຜົນ”, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ຍີ່ປຸ່ນ ແລະ JBIC ສືບຕໍ່ໜູນຊ່ວຍ ຫວຽດນາມ ສ້າງພື້ນຖານເສດຖະກິດ ມີການເຕີບໂຕໂດຍໄວ, ຍືນຍົງ, ມີຂອບຂະໜາດໃຫຍ່, ເປັນເອກະລາດ, ເປັນເຈົ້າຕົນເອງ, ຕິດພັນກັບຄວາມຕັ້ງໜ້າ, ຄວາມເປັນເຈົ້າການໃນການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ແທດຈິງ, ມີປະສິດທິຜົນ

ສ່ວນທ່ານປະທານ JBIC ໄດ້ຕີລາຄາສູງບັນດາຄຳໝັ້ນສັນຍາ, ການກະທຳຂອງ ຫວຽດນາມ ກ່ຽວກັບບັນຫາສິ່ງແວດລ້ອມ, ທ່ານໃຫ້ຮູ້ວ່າ JBIC ມີຄວາມຫວັງຢາກຮ່ວມມື, ຮ່ວມເດີນທາງພ້ອມກັບ ຫວຽດນາມ ນັບທັງດ້ານເຕັກນິກ ແລະ ການເງິນໃນຫຼາຍຂົງເຂດ.

(ແຫຼ່ງຄັດຈາກ VOV)

ການຢ້ຽມຢາມ ອິນໂດເນເຊຍ, ຄະນະເລຂາອາຊຽນ, ສິງກະໂປຂອງທ່ານເລຂາທິການໃຫຍ່ ໂຕເລິມ ປະສົບຜົນສຳເລັດຢ່າງຈົບງາມ

ການຢ້ຽມຢາມ ອິນໂດເນເຊຍ, ຄະນະເລຂາອາຊຽນ, ສິງກະໂປຂອງທ່ານເລຂາທິການໃຫຍ່ ໂຕເລິມ ປະສົບຜົນສຳເລັດຢ່າງຈົບງາມ

ຄວາມໝາຍປະຫວັດສາດຂອງການຢ້ຽມຢາມ ຍັງແມ່ນຢູ່ບ່ອນວ່າ ເປັນຄັ້ງທຳອິດ ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໄປຢ້ຽມຢາມ ຄະນະເລຂາ ອາຊຽນ, ຍົກໃຫ້ເຫັນລະດັບຄວາມສຳຄັນຍຸດທະສາດຂອງ ອາຊຽນ ສຳລັບຫວຽດນາມ

Top