• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ILO ໃຫ້ຄຳໝັ້ນສັນຍາ ສືບຕໍ່ໜູນຊ່ວຍ ຫວຽດນາມ ບັນດາບັນຫາກ່ຽວຂ້ອງເຖິງແຮງງານ, ວຽກເຮັດງານທຳ

ຫວຽດນາມ ສະໜັບສະໜູນບັນດາຂໍ້ລິເລີ່ມຂອງ ILO ແລະ ສະຫະປະຊາຊາດ; ສະເໜີໃຫ້ ILO ສືບຕໍ່ໜູນຊ່ວຍ ຫວຽດນາມ ຄົ້ນຄວ້າຄວາມສາມາດເຂົ້າຮ່ວມບັນດາຂໍ້ລິເລີ່ມຕາມທິດທາງທີ່ເໝາສົມ ເພື່ອບັນລຸໄດ້ເປົ້າໝາຍຍຸຕິທຳ.
  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ຕ້ອນຮັບທ່ານຜູ້ອຳນວຍການໃຫຍ່ອົງການແຮງງານສາກົນ (ILO) Gilbert F. Houngbo (ພາບ: TTXVN)  

ຕອນບ່າຍວັນທີ 30 ມິຖຸນາ, ຢູ່ສຳນັກງານລັດຖະບານ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານຜູ້ອຳນວຍການໃຫຍ່ອົງການແຮງງານສາກົນ (ILO) Gilbert F. Houngbo ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ຢືນຢັນວ່າ, ຫວຽດນາມ ສະໜັບສະໜູນບັນດາຂໍ້ລິເລີ່ມຂອງ ILO ແລະ ສະຫະປະຊາຊາດ; ສະເໜີໃຫ້ ILO ສືບຕໍ່ໜູນຊ່ວຍ ຫວຽດນາມ ຄົ້ນຄວ້າຄວາມສາມາດເຂົ້າຮ່ວມບັນດາຂໍ້ລິເລີ່ມຕາມທິດທາງທີ່ເໝາສົມ ເພື່ອບັນລຸໄດ້ເປົ້າໝາຍຍຸຕິທຳ, ຄວາມກ້າວໜ້າຂອງສັງຄົມ ແລະ ຮັບປະກັນສິດ, ຜົນປະໂຫຍດເປັນທຳຂອງຜູ້ອອກແຮງງານແບບຍືນຍົງ.

ສ່ວນທ່ານ Gilbert F. Houngbo ເນັ້ນໜັກວ່າ, ILO ແລະ ສະຫະປະຊາຊາດ ຖື ຫວຽດນາມ ເປັນແບບຢ່າງຂອງຄວາມມານະພະຍາຍາມ ແລະ ການພັດທະນາ ເພື່ອໃຫ້ບັນດາປະເທດທາບທາມ, ຮ່ຳຮຽນຕາມ. ILO ໃຫ້ຄຳໝັ້ນສັນຍາຈະສືບຕໍ່ໜູນຊ່ວຍ ຫວຽດນາມ ໃນທຸກບັນຫາທີກ່ຽວຂ້ອງເຖິງການອອກແຮງງານ, ວຽກເຮັດງານທຳ.

 

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ: ຍູ້ແຮງການຫັນເປັນສີຂຽວ, ສ້າງ ແລະ ປົກປ້ອງເຄື່ອງໝາຍການຄ້າເຂົ້າສານ ຫວຽດນາມ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ: ຍູ້ແຮງການຫັນເປັນສີຂຽວ, ສ້າງ ແລະ ປົກປ້ອງເຄື່ອງໝາຍການຄ້າເຂົ້າສານ ຫວຽດນາມ

ຂະແໜງເຂົ້າສານຂອງ ຫວຽດນາມ ພວມຢືນຢູ່ຕໍ່ໜ້າຄວາມຮຽກຮ້ອງ ແລະ ສິ່ງທ້າທາຍໃໝ່, ຂ້າພະເຈົ້າສະເໜີໃຫ້ນະຄອນ ເກິ່ນເທີ ສືບຕໍ່ສຸມໃສ່ຊີ້ນຳ ແລະ ຍູ້ແຮງການຫັນເປັນສີຂຽວ

Top