• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

IFAD ຕີລາຄາສູງການຮ່ວມມືຂອງລັດຖະບານ ຫວຽດນາມ

ວັນທີ 12 ມີນາ, ຢູ່ນະຄອນຫຼວງ ໂຣມ ປະເທດ ອີຕາລີ, ເອກອັກຄະລັດຖະທູດ, ຜູ້ຕາງໜ້າຂອງ ຫວຽດນາມ ປະຈຳ ກອງທຶນພັດທະນາກະສິກຳສາກົນ (IFAD) ທ່ານນາງ ຫງວຽນທິບິກເຮ້ວ ໄດ້ຍື່ນສານແຕ່ງຕັ້ງຕໍ່ປະທານ IFAD Gilbert Fossoun Houngbo.

ທ່ານນາງ ຫງວຽນທິບິກເຮ້ວ ໄດ້ຍື່ນສານແຕ່ງຕັ້ງຕໍ່ປະທານ IFAD Gilbert Fossoun Houngbo (ພາບ: Vietnam+)

ໃນການຕ້ອນຮັບ ພາຍຫຼັງພິທີຍື່ນສານແຕ່ງຕັ້ງ, ທ່ານນາງ ເອກອັກຄະລັດຖະທູດ ຫງວຽນທິບິກເຮ້ວ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງການຊ່ວຍເຫຼືອຢ່າງມີປະສິດທິຜົນຂອງ IFAD ໃນຕະຫຼອດຫຼາຍປີທີ່ຜ່ານມາ; ຢັ້ງຢືນວ່າລັດຖະບານ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ເພີ່ມທະວີການຮ່ວມມື ແລະ ມານະພະຍາຍາມປະກອບສ່ວນເຂົ້າໃນບັນດາການເຄື່ອນໄຫວລວມຂອງ IFAD ບົນພື້ນຖານຄວາມເໝາະສົມກັບກຳລັງຄວາມສາມາດ ແລະ ເງື່ອນໄຂຂອງປະເທດ. ທ່ານນາງ ເອກອັກຄະລັດຖະທູດ ສະເໜີ IFAD ສ້າງເງື່ອນໄຂໃຫ້ ຫວຽດນາມ ສືບຕໍ່ໄດ້ກູ້ຢືມເງິນດ້ວຍອັດຕາດອກເບ້ຍຕ່ຳ ໃນໄລຍະທີ່ຈະມາເຖິງ, ພ້ອມນັ້ນກໍ່ເພີ່ມທະວີເປີດກວ້າງບັນດາໂຄງການຮ່ວມມືຂອງ IFAD ໃນທົ່ວບັນດາແຂວງ, ນະຄອນຂອງ ຫວຽດນາມ.

ສ່ວນທ່ານ Gilbert Fossoun Houngbo ກໍ່ສະແດງຄວາມປາຖະໜາວ່າ ລັດຖະບານ ຫວຽດນາມ ຈະນັບມື້ນັບມີການປະກອບສ່ວນ ແລະ ໜູນຊ່ວຍໃຫ້ແກ່ບັນດາການເຄື່ອນໄຫວຂອງ IFAD ຢ່າງແທດຈິງ ໃນໄລຍະທີ່ຈະມາເຖິງ; ຊົມເຊີຍການສະເໜີເຂົ້າຮ່ວມ ໃນການຮ່ວມມື ໃຕ້ - ໃຕ້ ຂອງ ຫວຽດນາມ ແລະ ອວຍພອນທ່ານນາງ ເອກອັກຄະລັດຖະທູດ ຫງວຽນທິບິກເຮ້ວ ໃນຖານະຕຳແໜ່ງໃໝ່ ຈົ່ງປະສົບຜົນສຳເລັດໃນການປະຕິບັດບົດບາດໜ້າທີ່ເປັນຢ່າງດີ ເພື່ອພັດທະນາການພົວພັນຮ່ວມມືອັນດີງາມ ລະຫວ່າງ ຫວຽດນາມ ແລະ IFAD ໃຫ້ດີກວ່າເກົ່າ.

(ແຫຼ່ງຄັດຈາກ VOV)

ການ​ແຂ່ງ​ຂັນ​ລົດ​ຖີບ ມິດ​ຕະ​ພາບ ສາມ​ປະ​ເທດ ກຳ​ປູ​ເຈຍ - ລາວ - ຫວຽດ​ນາມ​ຄັ້ງ​ທີໜຶ່ງ

ການ​ແຂ່ງ​ຂັນ​ລົດ​ຖີບ ມິດ​ຕະ​ພາບ ສາມ​ປະ​ເທດ ກຳ​ປູ​ເຈຍ - ລາວ - ຫວຽດ​ນາມ​ຄັ້ງ​ທີໜຶ່ງ

ການແຂ່ງຂັນມີນັກກິລາ 45 ຄົນທີ່ມາຈາກ ກຳປູເຈຍ, ລາວ, ຫວຽດນາມ ແບ່ງປັນ 9 ທິມ, ແຕ່ລະປະເທດຈະມີ 3 ທິມ, ແຕ່ລະທິມມີນັກກິລາ 5 ຄົນ. ໄລຍະທາງ ການແຂ່ງຂັນ ດ້ວຍຄວາມຍາວ 35,2 ກີໂລແມັດ.

Top