
(ພາບປະກອບ)
ໃນຈຸດເວລານີ້, ໝາຍຄວາມວ່າຍັງມີເວລາພຽງແຕ່ 1 ປີອີກຈະດຳເນີນການແຂ່ງລົດ, ບັນດາບໍລິສັດການບໍລິການຂອງອົດສະຕາລີ ເລີ່ມສົນໃຈ ແລະ ຢາກຊອກຮູ້ກ່ຽວກັບບັນດາຂໍ້ມູນຂ່າວສານທີ່ກ່ຽວຂ້ອງ ເພື່ອສາມາດສ້າງຕັ້ງລາຍການໂຄສະນາ, ດຶງດູດນັກທ່ອງທ່ຽວມາຫວຽດນາມ ເນື່ອງໃນໂອກາດນີ້ຢ່າງທັນການ. ທ່ານ Patrick Wedge, ຜູ້ອຳນວຍການໃຫຍ່ບໍລິຫານຂອງ The Motorsport Shop, ໃຫ້ຮູ້ວ່າ.
“ຫວຽດນາມ ແມ່ນຈຸດນັດພົບເຊິ່ງພວກເຮົາຄວນໃຫ້ທຸກຄົນຮູ້ໄດ້ວ່າ ເຂົາເຈົ້າຈະຄົ້ນຫາສິ່ງໃດຢູ່ນັ້ນ. ເມື່ອນັກທ່ອງທ່ຽວມາຫວຽດນາມ ເທື່ອໜຶ່ງ ແລະ ມີຫຼາຍສິ່ງທີ່ເປັນໜ້າຈັບໃຈ ເຂົາເຈົ້າອາດຈະມາຢ້ຽມຢາມອີກ, ຊ້ຳບໍ່ໜຳແມ່ນປີໃດກໍ່ຈະມາທ່ອງທ່ຽວ. ສະນັ້ນ, ຂ້າພະເຈົ້າຢາກໃຫ້ນັກທ່ອງທ່ຽວທັງມາຊົມການແຂ່ງລົດ Grand Prix, ທັງມີພຶດຕິກຳຕົວຈິງໃນການບໍລິການດີທີ່ສຸດຢູ່ຫວຽດນາມ”.ສ່ວນທ່ານຫົວໜ້າກົງສູນໃຫຍ່ຫວຽດນາມ ປະຈຳ Sydney ຈິ້ງດຶກຫາຍ, ໃຫ້ຂໍ້ສັງເກດວ່າ, ປີ 2020 ຫວຽດນາມ ຈະຕ້ອນຮັບນັກທ່ອງທ່ຽວສາກົນຫຼາຍຄົນ, ໃນນັ້ນມີນັກທ່ອງທ່ຽວອົດສະຕາລີ ໂດຍຫວຽດນາມ ແມ່ນປະເທດຈັດຕັ້ງກອງປະຊຸມສຸດຍອດ ອາຊຽນ ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ແລະ ກໍ່ແມ່ນແຫ່ງຈັດຕັ້ງການແຂ່ງລົດ F1.
“ເຫດການ Grand Prix, ການແຂ່ງລົດ F1 ຢູ່ຮ່າໂນ້ຍ ຈະແມ່ນການກະຕຸກຊຸກຍູ້ອັນໃຫຍ່ຫຼວງໃຫ້ແກ່ຂະແໜງອຸດສາຫະກຳທ່ອງທ່ຽວຫວຽດນາມ. ສະຖານກົມສູນໃຫຍ່ຫວຽດນາມ ປະຈຳ Sydney ຈະສົມທົບກັນຢ່າງແໜ້ນແຟ້ນກັບບັນດາອົງການຈັດຕັ້ງທີ່ກ່ຽວຂ້ອງ ຂອງອົດສະຕາລີ ເພື່ອເຮັດແນວໃດ ປີ 2020 ຢູ່ຮ່າໂນ້ຍ ເວົ້າສະເພາະ ແລະ ບັນດາທ້ອງຖິ່ນທີ່ມີທິວທັດທຳມະຊາດຫຼາຍແຫ່ງຂອງຫວຽດນາມ ເວົ້າລວມ ຈະກາຍເປັນໜຶ່ງໃນຈຳນວນບັນດາສະຖານທີ່ທ່ອງທ່ຽວທີ່ດຶງດູດທີ່ສຸດໃນໂລກ”.
(ແຫຼ່ງຄັດຈາກ VOV)