• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

GDP 9 ເດືອນຂອງປີ 2020 ເຕີບໂຕຕ່ຳສຸດໃນຮອບເວລາ 10 ປີຜ່ານມາແຕ່ຍັງຄົງແມ່ນຈຸດເດັ່ນຢູ່ພາກພື້ນ

      ຕອນເຊົ້າວັນທີ 29 ກັນຍາ, ຢູ່ຮ່າໂນ້ຍ, ກົມໃຫຍ່ສະຖິຕິ (ກະຊວງແຜນການ ແລະ ການລົງທຶນຫວຽດນາມ) ໄດ້ຈັດການຖະແຫຼງຂ່າວປະກາດຕົວເລກສະຖິຕິເສດຖະກິດ, ສັງຄົມໄຕມາດທີ 3 ແລະ 9 ເດືອນຂອງປີ 2020.

GDP ໃນໄຕມາດທີ 3 ປີ 2020 ໄດ້ເພີ່ມຂຶ້ນ 2,62%
(ພາບປະກອບ: kinhtedothi.vn)
      ຕາມກົມໃຫຍ່ສະຖິຕິແລ້ວ, GDP ໃນໄຕມາດທີ 3 ປີ 2020 ໄດ້ເພີ່ມຂຶ້ນ 2,62% ແມ່ນລະດັບເຕີບໂຕດີເມື່ອທຽບໃສ່ກັບໄຕມາດທີ 2 (ພຽງຢູ່ໃນລະດັບ 0,39%). ໄລ່ລວມໃນ 9 ເດືອນແລ້ວ, GDP ໄດ້ເພີ່ມຂຶ້ນ 2,12% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019, ຕ່ຳສຸດໃນຮອບເວລາ 10 ປີຜ່ານມາ, ແຕ່ເສດຖະກິດຍັງແມ່ນຈຸດເດັ່ນຢູ່ພາກພື້ນ. ໃນນັ້ນ, ກະສິກຳ, ປ່າໄມ້ ແລະ ສິນໃນນ້ຳ; ອຸດສາຫະກຳ ແລະ ການກໍ່ສ້າງຄ່ອຍໆກັບຄືນສູ່ປົກກະຕິ. ເພື່ອໃຫ້ເສດຖະກິດ-ສັງຄົມບັນລຸລະດັບເຕີບໂຕໃຫ້ດີກວ່າໃນໄລຍະຈະມາເຖິງ. ທ່ານນາງ ຫງວຽນທິເຮືອງ, ຫົວໜ້າກົມສະຖິຕິ, ໃຫ້ຮູ້ວ່າ.
        “ສືບຕໍ່ປະຕິບັດບັນດາມາດຕະການໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19, ພ້ອມທັງສຸມໃສ່ບັນດາມາດຕະການແກ້ໄຂ. ມີບັນດາບ້ວງເງິນໜູນຊ່ວຍ ໃຫ້ແກ່ປະຊາຄົມວິສາຫະກິດ ແລະ ປະຊາຊົນຢ່າງທັນການ. ຂົນຂວາຍປະຊາຊົນສະໜັບສະນູນວິສາຫະກິດຜະລິດ ແລະ ຈຳໜ່າຍສິນຄ້າຫວຽດນາມ. ສືບຕໍ່ຍູ້ແຮງການປ່ອຍເງິນລົງທຶນພາກລັດ, ປັບປຸງທິດທາງສ້າງໂຄງປະກອບການຜະລິດ, ບໍລິຫານນະໂຍບາຍເງິນຕາໃຫ້ມີຄວາມເໝາະສົມກົມກຽວກັບບັນດານະໂຍບາຍການເງິນອື່ນ”.
 (ແຫຼ່ງຄັດຈາກ VOV)
 

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top