• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

G7 ເນັ້ນ​ໜັກ​ເຖິງ​ບົດ​ບາດ​ຂອງ​ບັນ​ດາ​ຂໍ້​ລິ​ເລີ່ມຫຼາຍ​ຝ່າຍ

G7 ເນັ້ນ​ໜັກ​ວ່າ ບັນ​ດາ​ຂໍ້​ລິ​ເລີ່ມຫຼາຍ​ຝ່າຍ​ສວມ​ບົດ​ບາດ​ສຳ​ຄັນໃນ​​ການ​ຊຸກ​ຍູ້​ວິ​ວັດ​ການ​ບັນ​ລຸ​ໄດ້​ບັນ​ດາ​ບັນ​ຫາ​ເຊິ່ງ​ບັນ​ດາ​ສະ​ມາ​ຊິກ​ຕ່າ​ງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ວັນ​ທີ 6 ພຶດ​ສະ​ພາ, ລັດ​ຖະ​ມົນ​ຕີ​ການ​ຄ້າ​ກຸ່ມ 7 ປະ​ເທດ​ອຸດ​ສາ​ຫະ​ກຳ​ພັດ​ທະ​ນາ(G7) ໄດ້​ສິ້ນ​ສຸດ 2 ວັນ​ເຮັດ​ວຽກ​ເປັນ​ກຸ່ມ​ຢູ່​ຝ​ລັ່ງ ເພື່ອ​ປຶກ​ສາ​ຫາ​ລືຫຼາຍ​ບັນ​ຫາ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ. ຢູ່ກອງ​ປະ​ຊຸມ, ບັນ​ດາ​ລັດ​ຖະ​ມົນ​ຕີ ໄດ້​ເຕື້ອງ​ເຖິງ​ຄ​ວາມ​ປະ​ລາ​ໄຊ​ຂອງ​ການ​ເຈ​ລະ​ຈາ​ຮອບຫຼ້າ​ສຸດ​ຢູ່​ອົງ​ການ​ການ​ຄ້າ​ໂລກ (WTO) ເມື່ອ​ເດືອນ​ມີ​ນາ. ເຖິງວ່າຈະຍອມ​ຮັບ​ບັນ​ດາ​ຂໍ້​ກຳ​ນົດ​ຂອງ WTO ແມ່ນ​ຂໍ້​ກຸນ​ແຈ​ເພື່ອ​ຊຸກ​ຍູ້​ການ​ຄ້າ​ທົ່ວ​ໂລກ, G7 ເນັ້ນ​ໜັກ​ວ່າ ບັນ​ດາ​ຂໍ້​ລິ​ເລີ່ມຫຼາຍ​ຝ່າຍ​ສວມ​ບົດ​ບາດ​ສຳ​ຄັນໃນ​​ການ​ຊຸກ​ຍູ້​ວິ​ວັດ​ການ​ບັນ​ລຸ​ໄດ້​ບັນ​ດາ​ບັນ​ຫາ​ເຊິ່ງ​ບັນ​ດາ​ສະ​ມາ​ຊິກ​ຕ່າ​ງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.
  ບັນ​ດາ​ລັດ​ຖະ​ມົນ​ຕີ ແລະ ສະ​ມາ​ຊິກ​ຄະ​ນະ​ຜູ້​ແທນ ໃນ​ພິ​ທີ​ໄຂ​ກອງ​ປະ​ຊຸມ ລັດ​ຖະ​ມົນ​ຕີ​ການ​ຄ້າ G7 (ພາບ: CHRISTOPHE PETIT TESSON/Pool via REUTERS)  

(ແຫຼ່ງຄັດຈາກ VOV)

ຫວຽດນາມ ແລະ ອິນເດຍ ເພີ່ມທະວີການຮ່ວມມືດ້ານວິທະຍາສາດເຕັກໂນໂລຊີ

ຫວຽດນາມ ແລະ ອິນເດຍ ເພີ່ມທະວີການຮ່ວມມືດ້ານວິທະຍາສາດເຕັກໂນໂລຊີ

ເວທີປາໄສສຸມໃສ່ແລກປ່ຽນ ແລະ ຊຸກຍູ້ການກຳນົດທິດຈຸດສຸມ 5 ປະການ, ໃນນັ້ນກຳນົດແຈ້ງບັນດາຂົງເຂດໃຫ້ບຸລິມະສິດຮ່ວມມື

Top