• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

G7 ບັນລຸບາດກ້າວໃນການນຳໃຊ້ຊັບສິນຖືກອາຍັດຂອງລັດເຊຍ

ກ່ອນໜ້ານັ້ນ, ທ່ານ Paolo Gentiloni, ກຳມະການຮັບຜິດຊອບເສດຖະກິດຂອງ ສະຫະພາບເອີລົບ (EU) ໄດ້ຕີລາຄາບັນດາການເຈລະຈາໃນຂອບເຂດກອງປະຊຸມ G7 ຢູ່ Stresa (ປະເທດ ອີຕາລີ), ອາດຈະພາໄປເຖິງຂໍ້ຕົກລົງໃນເດືອນ ມິຖຸນາ ຈະມາເຖິງກ່ຽວກັບການນຳໃຊ້ຜົນກຳໄລຈາກຊັບສິນຖືກອາຍັດຂອງ ລັດເຊຍ ເພື່ອໜູນຊ່ວຍ ຢູແກຼນ.
ສະກຸ່ນເງິນຂອງລັດເຊຍ (ພາບປະກອບຈາກ AFP/TTXVN)

ວັນທີ 25 ພຶດສະພາ, ບັນດາລັດຖະມົນຕີການເງິນຂອງກຸ່ມບັນດາປະເທດອຸດສາຫະກຳພັດທະນາ (G7) ໃຫ້ຮູ້ວ່າ: ບັນລຸໄດ້ບາດກ້າວໃນການນຳໃຊ້ຜົນກຳໄລຈາກຊັບສິນຖືກອາຍັດຂອງ ລັດເຊຍ ເພື່ອໜູນຊ່ວຍຢູແກຼນ, ແຕ່ຍັງບໍ່ທັນບັນລຸໄດ້ຂໍ້ຕົກລົງສຸດທ້າຍ. ຮ່າງຖະແຫຼງການຂອງບັນດາລັດຖະມົນຕີການເງິນ G7 ໃຫ້ຮູ້ວ່າ: ເລື່ອງຫັນວິທີການ ແລະ ການປະຕິບັດສິ່ງດັ່ງກ່າວພວມຢູ່ໃນຂັ້ນຕອນປຶກສາຫາລືໃຫ້ເປັນລະອຽດ. ກ່ອນໜ້ານັ້ນ, ທ່ານ Paolo Gentiloni, ກຳມະການຮັບຜິດຊອບເສດຖະກິດຂອງ ສະຫະພາບເອີລົບ (EU) ໄດ້ຕີລາຄາບັນດາການເຈລະຈາໃນຂອບເຂດກອງປະຊຸມ G7 ຢູ່ Stresa (ປະເທດ ອີຕາລີ), ອາດຈະພາໄປເຖິງຂໍ້ຕົກລົງໃນເດືອນ ມິຖຸນາ ຈະມາເຖິງກ່ຽວກັບການນຳໃຊ້ຜົນກຳໄລຈາກຊັບສິນຖືກອາຍັດຂອງ ລັດເຊຍ ເພື່ອໜູນຊ່ວຍ ຢູແກຼນ.

ໃນຂະນະນັ້ນ, ລັດເຊຍ ຖະແຫຼງວ່າ, ຄຳຕັດສິນຂອງ ອີຢູ ກ່ຽວກັບການຢຶດເອົາຈຳນວນເງິນທີ່ໄດ້ຈາກຊັບສິນຖືກອາຍັດຂອງລັດເຊຍ ແລະ ນຳໃຊ້ເພື່ອໜູນຊ່ວຍດ້ານການທະຫານໃຫ້ແກ່ ກີແອບ ແມ່ນ “ການກະທຳຍາດຊີງຊັບ”, ລະເມີດບັນດາຫຼັກການ ແລະ ມາດຖານຂອງລະບົບເສດຖະກິດ ແລະ ການເງິນສາກົນ.

(ແຫຼ່ງຄັດຈາກ VOV)

ກອງປະຊຸມໃຫຍ່ຄັ້ງທີ XIV ສິ້ນສຸດວາລະປະກອບຄຳເຫັນ: ບັນດາຄຳເຫັນໄດ້ເປັນເອກະພາບຢ່າງສູງຕໍ່ເນື້ອໃນເອກະສານກອງປະຊຸມໃຫຍ່

ກອງປະຊຸມໃຫຍ່ຄັ້ງທີ XIV ສິ້ນສຸດວາລະປະກອບຄຳເຫັນ: ບັນດາຄຳເຫັນໄດ້ເປັນເອກະພາບຢ່າງສູງຕໍ່ເນື້ອໃນເອກະສານກອງປະຊຸມໃຫຍ່

ຄະນະປະທານກອງປະຊຸມໃຫຍ່ໄດ້ຕີລາຄາສູງບັນດາເນື້ອໃນປະກອບຄຳເຫັນ ແລະ ບັນດາຄຳກ່າວປາໄສຢ່າງສຸດຈິດສຸດໃຈ, ມີສະຕິປັນຍາຂອງຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ.

Top