ເດືອນ ກັນຍາ 2019, Fitch Ratings ໄດ້ປະກາດຜົນງານ ການປະເມີນຄວາມເຊື່ອຖືຂອງ PVN ແມ່ນຢູ່ລະດັບ bb+; ປະເມີນໜີ້ສິນໃນໄລຍະຍາວດ້ວຍເງິນຕ່າງປະເທດ (IDR) ຄັ້ງ ທຳອິດ ຢູ່ລະດັບ ‘BB’ ດ້ວຍ “ແງ່ຫວັງຕັ້ງໜ້າ”, ການປະເມີນ IDR ຂອງ PVN ໃນຄັ້ງນີ້ ສົມກັບຕົວຄູນ ຄວາມເຊື່ອຖື ແຫ່ງຊາດຂອງ ຫວຽດນາມ (BB/ແງ່ຫວັງຕັ້ງໜ້າ).
ນີ້ແມ່ນລະດັບຄວາມເຊື່ອຖືຢ່າງຕັ້ງໜ້າ, ຊ່ວຍເຮັດໃຫ້ PVN ຍົກສູງຄວາມສາມາດໃນການລະດົມທຶນຢູ່ຕະຫຼາດສາກົນ, ຫັນເປັນຫຼາກຫຼາຍຮູບແບບການລະດົມທຶນໃຫ້ແກ່ບັນດາໂຄງການລົງທຶນຂອງກຸ່ມບໍລິສັດໃນສະພາວະ ຮັບປະກັນຂອງ ລັດມີການກຳນົດ. ລະດັບຄວາມເຊື່ອຖືດັ່ງກ່າວ ສະແດງ ໃຫ້ເຫັນຄວາມເຂັ້ມແຂງໃນການດຳເນີນເຮັດທຸລະກິດ ແລະ ການເງິນຂອງກຸ່ມບໍລິສັດ ກໍ່ຄືແງ່ຫວັງເຮັດທຸລະກິດຢ່າງຕັ້ງໜ້າໃນອະນາຄົດອີກດ້ວຍ. ນີ້ແມ່ນພື້ນຖານຮັບປະກັນກ່ຽວກັບ ຄວາມສາມາດດ້ານການເງິນ ແລະ ການເຮັດທຸລະກິດຂອງ PVN, ສ້າງຄວາມໄວ້ວາງໃຈໃຫ້ແກ່ບັນດານັກລົງທຶນ, ອົງການຈັດຕັ້ງການເງິນຢູ່ພາຍໃນ ແລະ ຕ່າງປະເທດ, ຄູ່ຮ່ວມມືຍຸດທະສາດ, ພິເສດໃນໄລຍະ PVN ພວມຮູ້ແຮງ ວຽກງານກໍ່ສ້າງໂຄງປະກອບຂຶ້ນໃໝ່ ຄືປັດຈຸບັນ.
ຜົນງານການປະເມີນຄວາມເຊື່ອຖືຂອງ Fitch Ratings ອີງໃສ່ໃນສາຍພົວພັນອັນແໜ້ນແຟ້ນຂອງ PVN ກັບລັດ, ການຕະຫຼາດທີ່ໝັ້ນຄົງ, ການເຄື່ອນໄຫວຊອກຫາ, ຂຸດຄົ້ນ ນຳ້ມັນ ອາຍແກັສ, ການກັ່ນຕ່ອງນຳ້ມັນ, ຝຸ່ນ, ຈຳໜ່າຍນຳ້ມັນ ແອດຊັງ ແລະ ນຳ້ມັນອາຍແກັສ, ທາດອາຍ ແລະ ການຜະລິດ ໄຟຟ້າ. ໃນບົດລາຍງານການປະເມີນຂອງ Fitch Ratings ໄດ້ຍົກໃຫ້ເຫັນຢ່າງຈະແຈ້ງວ່າ “Fitch Ratings ບໍ່ເຫັນມີ ຄວາມຫຍຸ້ງຍາກໃດ ໃນການລະດົມທຶນຂອງ PVN ດ້ວຍ ຖານະທີ່ເປັນໜຶ່ງໃນຈຳນວນວິສາຫະກິດແຫ່ງລັດທີ່ສຳຄັນທີ ສຸດຂອງ ຫວຽດນາມ, ແຕ່ພວກຂ້າພະເຈົ້າຍັງຫວັງວ່າ PVN ຈະເຂົ້າໃກ້ກັບແຫຼ່ງທຶນສາກົນ ເພື່ອຮັບໃຊ້ໃຫ້ບັນດາແຜນການເປີດກວ້າງການເຄື່ອນໄຫວຂອງຕົນ”.
ທ່ານ ເລມິນຮຸ່ງ, ຜູ້ອຳນວຍການໃຫຍ່ຂອງ PVN ຢືນຢັນວ່າ: “ຜົນການການປະເມີນດັ່ງກ່າວ ໄດ້ຢັ້ງຢືນຄວາມເອົາໃຈໃສ່, ການຊີ້ນຳຢ່າງເຄັ່ງຄັດຂອງການນຳພັກ, ລັດ, ການສົມທົບຢ່າງແໜ້ນແຟ້ນຢ່າງມີປະສິດທິຜົນ ລະຫວ່າງ ບັນດາກະຊວງ, ຂະແໜງການ ແລະ PVN, ກໍ່ຄືຄວາມສາມັກຄີ, ຄວາມ ພະຍາຍາມຢ່າງສຸດຈິດສຸດໃຈຂອງບັນດາພະນັກງານທີ່ເຮັດ ວຽກໃນຂະແໜງການ ນຳ້ມັນເຊື້ອໄຟ ໃນໄລຍະຜ່ານມາ. ຜົນງານການປະເມີນ ສິນເຊື່ອ ກໍ່ເປັນໜຶ່ງໃນບັນດາຫຼັກຖານ ເພື່ອໃຫ້ PVN ກວດກາຄືນ, ຍົກສູງວຽກງານຄຸ້ມຄອງດ້ານ ບໍລິຫານ, ພິເສດແມ່ນຄຸ້ມຄອງບັນດາຄາດໝາຍ ດ້ານ ການເງິນ, ຮັບປະກັນຜົນງານການປະເມີນຈະໄດ້ຮັກສາໄວ້ ແລະ ພັດທະນາຢ່າງເລື້ອຍໆ ໃນອະນາຄົດ. PVN ໝັ້ນໃຈວ່າຈາກຄວາມເອົາໃຈໃສ່ ແລະ ການຊີ້ນຳຂອງການນຳພັກ, ລັດ, ຄວາມພະຍາຍາມຂອງບັນດາພະນັກງານ, PVN ຈະສືບຕໍ່ປະກອບສ່ວນຫຼາຍກວ່າເຂົ້າໃນການພັດທະນາຂອງ ຫວຽດານມ”.
ທ່ານ Nirukt Sapru, ຜູ້ອຳນວຍການໃຫຍ່ ຫວຽດນາມ ແລະ ກຸ່ມບັນດາປະເທດ ອາຊຽນ ແລະ ອາຊີໃຕ້, ທະນາຄານ Standard Chartered ໃຫ້ຮູ້ວ່າ: “ພວກຂ້າພະເຈົ້າ ເປັນກຽດທີ່ໄດ້ຊ່ວຍເຫຼືອ PVN ໃນການຈັດອັນດັບຄວາມເຊື່ອຖືສາກົນ ຄັ້ງທຳອິດ ແລະ ຂໍສະແດງຄວາມດີໃຈ ນຳ PVN ຕໍ່ຜົນງານທີ່ປັນລຸໄດ້. ນີ້ເປັນຫຼັກຖານສະແດງໃຫ້ການຄຸ້ມຄອງດ້ານ ການ ເງິນທີ່ເຂັ້ມແຂງ ແລະ ການປະສານສົມທົບກັບຝ່າຍ ຕ່າງໆ ໃນການເຄື່ອນໄຫວດຳເນີດເຮັດທຸລະກິດຂອງ PVN. ການປະເມີນຄວາມເຊື່ອຖືແມ່ນການເລີ່ມຕົ້ນທີ່ໝັ້ນຄົງຂະໜົງແກ່ນຂອງ PVN ໃນການລະດົມທຶນຢູ່ຕະຫຼາດສາກົນ, ຂ້າພະເຈົ້າໝັ້ນໃຈວ່າ ມັນຈະຊ່ວຍດຶງດູດຄວາມສົນໃຈຂອງບັນດານັກລົງທຶນຕ່າງປະເທດ. Standard Chartered ຈະສ້າງຄວາມສະໜິດຕິດພັນກັບ ຫວຽດນາມ, ເປັນຕະຫຼາດ ທີ່ພວກຂ້າພະເຈົ້າໄດ້ມີໜ້າໃນຕະຫຼອດເວລາ 15 ປີຜ່ານມາ. ແລະ ພວກຂ້າພະເຈົ້າ ສັນຍາວ່າ ຈະສືບຕໍ່ຊ່ວຍເຫຼືອ PVN ໃນການຫັນເປັນຕົວຈິງຄາດໝາຍຂະຫຍາຍຕົວ”.
ທີ່ ຫວຽດນາມ, Fitch Ratings ເປັນອົງການປະເມີນຄວາມເຊື່ອຖື ແຫ່ງຊາດ ຫວຽດນາມ, ປະເມີນຄວາມເຊື່ອຖືໃຫ້ແກ່ກຸ່ມບໍລິສັດໄຟຟ້າ ຫວຽດນາມ (EVN) ແລະ ວິສາຫະກິດ ແຖວໜ້າຈຳນວນໜຶ່ງຂອງ ຫວຽດນາມ.
ນີ້ແມ່ນລະດັບຄວາມເຊື່ອຖືຢ່າງຕັ້ງໜ້າ, ຊ່ວຍເຮັດໃຫ້ PVN ຍົກສູງຄວາມສາມາດໃນການລະດົມທຶນຢູ່ຕະຫຼາດສາກົນ, ຫັນເປັນຫຼາກຫຼາຍຮູບແບບການລະດົມທຶນໃຫ້ແກ່ບັນດາໂຄງການລົງທຶນຂອງກຸ່ມບໍລິສັດໃນສະພາວະ ຮັບປະກັນຂອງ ລັດມີການກຳນົດ. ລະດັບຄວາມເຊື່ອຖືດັ່ງກ່າວ ສະແດງ ໃຫ້ເຫັນຄວາມເຂັ້ມແຂງໃນການດຳເນີນເຮັດທຸລະກິດ ແລະ ການເງິນຂອງກຸ່ມບໍລິສັດ ກໍ່ຄືແງ່ຫວັງເຮັດທຸລະກິດຢ່າງຕັ້ງໜ້າໃນອະນາຄົດອີກດ້ວຍ. ນີ້ແມ່ນພື້ນຖານຮັບປະກັນກ່ຽວກັບ ຄວາມສາມາດດ້ານການເງິນ ແລະ ການເຮັດທຸລະກິດຂອງ PVN, ສ້າງຄວາມໄວ້ວາງໃຈໃຫ້ແກ່ບັນດານັກລົງທຶນ, ອົງການຈັດຕັ້ງການເງິນຢູ່ພາຍໃນ ແລະ ຕ່າງປະເທດ, ຄູ່ຮ່ວມມືຍຸດທະສາດ, ພິເສດໃນໄລຍະ PVN ພວມຮູ້ແຮງ ວຽກງານກໍ່ສ້າງໂຄງປະກອບຂຶ້ນໃໝ່ ຄືປັດຈຸບັນ.
![]()
PVN ຂຸດຄົ້ນນຳ້ມັນ ອາຍແກັສ ໃນເຂດທະເລຂອງ ຫວຽດນາມ. ພາບ: ເອກະສານ
|

ປະຕິບັດ: VNP