• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

Festival ໄວໜຸ່ມ, ຊາວໜຸ່ມ ຫວຽດນາມ ຢູ່ ເອີລົບ: ການເດີນທາງຂອງການເຊື່ອຕໍ່ໄວໜຸ່ມ ແລະ ຄວາມຄາດຫວັງ

ບັນດາເພື່ອນໜຸ່ມໄດ້ເຂົ້າຮ່ວມການເຄື່ອນໄຫວຫຼາຍຢ່າງ, ຄື: ໄປຢ້ຽມຊົມບັນດາເຂດມໍລະດົກວັດທະນະທຳ - ປະຫວັດສາດຢູ່ Budapest, ຈັດງານພົບປະແລກປ່ຽນສະແດງສິລະປະ.
(ບັນດາຜູ້ແທນເຂົ້າຮ່ວມ Festival)

ມີໄວໜຸ່ມ, ຊາວໜຸ່ມ ຫວຽດນາມ ກວ່າ 120 ຄົນທີ່ມາຈາກ 14 ປະເທດ ເອີລົບ ໄດ້ເຕົ້າໂຮມກັນໃນ Festival ໄວໜຸ່ມ, ຊາວໜຸ່ມ ຫວຽດນາມ ຢູ່ ເອີລົບ ຄັ້ງທີ 11 ຫາກໍ່ຈັດຂຶ້ນຢູ່ນະຄອນຫຼວງ Budapest, ປະເທດ ຮຸງກາຣີ. ເຫດການໄດ້ຈັດຂຶ້ນເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຮຸງກາຣີ ແລະ ວັນມູນເຊື້ອນັກຮຽນ, ນັກສຶກສາ ຫວຽດນາມ.

ບັນດາເພື່ອນໜຸ່ມໄດ້ເຂົ້າຮ່ວມການເຄື່ອນໄຫວຫຼາຍຢ່າງ, ຄື: ໄປຢ້ຽມຊົມບັນດາເຂດມໍລະດົກວັດທະນະທຳ - ປະຫວັດສາດຢູ່ Budapest, ຈັດງານພົບປະແລກປ່ຽນສະແດງສິລະປະ, ຈັດການໂອ້ລົມສົນທະນາຫົວເລື່ອງສະເພາະກ່ຽວກັບການເຊື່ອມໂຍງ, ເລີ່ມຕົ້ນທຸລະກີດ, ເພີ່ມທະວີການຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳ ຫວຽດນາມ ຢູ່ຕ່າງປະເທດ… ນອກນັ້ນ, ບັນດາການເຄື່ອນໄຫວຍັງປະກອບສ່ວນໂຄສະນາພາບພົດ, ມະນຸດ, ວັດທະນະທຳ ຫວຽດນາມ ເຖິງເພື່ອນມິດສາກົນ, ເພີ່ມທະວີນ້ຳໃຈມິດຕະພາບລະຫວ່າງ 2 ປະເທດ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງກຸ່ມບໍລິສັດຂົນສົ່ງທາງທະເລແຖວໜ້າໂລກ

ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງກຸ່ມບໍລິສັດຂົນສົ່ງທາງທະເລແຖວໜ້າໂລກ

ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຟ້າມຢາຕຸກ ເນັ້ນໜັກວ່າ ບັນດາຂົງເຂດທີ່ກຸ່ມບໍລິສັດ Maersk ພວມລົງທຶນ ແລະ ມີຄວາມສົນໃຈ

Top