• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

EVFTA - ກາລະໂອກາດເສດຖະກິດຄວນຍາດແຍ່ງພາຍຫຼັງໂລກລະບາດ

      ທ່ານ Pier Giorgio Aliberti ຫົວໜ້າຄະນະປະຕິບັດງານສະຫະພາບເອີລົບ (EU) ປະຈຳຫວຽດນາມ ໄດ້ເນັ້ນໜັກວ່າ EVFTA ຈະປະກອບສ່ວນເຂົ້າການເຕີບໂຕເສດຖະກິດ, ແລກປ່ຽນການຄ້າລະຫວ່າງສອງຝ່າຍ

ທ່ານ Pier Giorgio Aliberti ຫົວໜ້າຄະນະປະຕິບັດງານສະຫະພາບເອີລົບ (EU) ປະຈຳຫວຽດນາມ 
(ພາບ:ກະຊວງອຸດສາຫະກຳ ແລະ ການຄ້າ)
      ພາຍຫຼັງ ສະພາແຫ່ງຊາດ ຫວຽດນາມໃຫ້ສັດຕະຍາບັນສັນຍາການຄ້າເສລີລະຫວ່າງ ສະຫະພາບເອີລົບ ແລະ ຫວຽດນາມ (EVFTA), ຫາງສຽງເອີລົບໄດ້ໃຫ້ຂໍ້ສັງເກດວ່າ ນີ້ແມ່ນກາລະໂອກາດໃຫຍ່ໃຫ້ແກ່ສິນຄ້າ ແລະ ວິສາຫະກິດທັງສອງຝ່າຍ, ພິເສດແມ່ນໃນສະພາບການໂລກລະບາດ Covid – 19ພວມກໍ່ຜົນກະທົບອັນໜັກໜ່ວງເຖິງການຜະລິດ ແລະ ສົ່ງອອກ - ນຳເຂົ້າ ບໍ່ພຽງແຕ່ຢູ່ຫວຽດນາມເທົ່ານັ້ນ ຫາກນັບທັງໃນທົ່ວໂລກອີກດ້ວຍ. ທ່ານ Pier Giorgio Aliberti ຫົວໜ້າຄະນະປະຕິບັດງານສະຫະພາບເອີລົບ (EU) ປະຈຳຫວຽດນາມ ໄດ້ເນັ້ນໜັກວ່າ EVFTA ຈະປະກອບສ່ວນເຂົ້າການເຕີບໂຕເສດຖະກິດ, ແລກປ່ຽນການຄ້າລະຫວ່າງສອງຝ່າຍ. ທ່ານຢັ້ງຢືນວ່າ ຫວຽດນາມພວມມີທ່າໄດ້ປຽບອັນໃຫຍ່ຫຼວງເມື່ອທຽບໃສ່ກັບບັນດາປະເທດໃນພາກພື້ນ ແລະ ນີ້ແມ່ນກາລະໂອກາດເຊິ່ງຫວຽດນາມຕ້ອງກຳແຫນ້ນ.
        ໂດຍເຫັນດີເຫັນພ້ອມກັບ ທ່ານນາງ Cecilia Malmstrom ອະດີດກຳມະການຫ້ອງການການຄ້າ ເອີລົບຖືວ່າ ບັນດານັກລົງທຶນ EU ຈະບໍ່ພາດໂອກາດຢູ່ຫວຽດນາມ ແລະ ເຊື່ອໝັ້ນວ່າ ການລົງທຶນຢູ່ຫວຽດນາມຂອງ ສະຫະພາບເອີລົບຈະເພີ່ມຂຶ້ນຫຼາຍພໍສົມຄວນຢ່າງໄວວາ.
(ແຫຼ່ງຄັດຈາກ VOV)
 

World Cup 2026: Lionel Messi ທຳ​ລາຍ​ສະ​ຖິ​ຕິ​ຍິງ​ບານ​ເຂົ້າ​ປະ​ຕູ

World Cup 2026: Lionel Messi ທຳ​ລາຍ​ສະ​ຖິ​ຕິ​ຍິງ​ບານ​ເຂົ້າ​ປະ​ຕູ

Lionel Messi ສືບ​ຕໍ່​ຂຽນ​ຊື່​ຕົນເຂົ້າ​ໃນໜ້າ​ປະ​ຫວັດ​ສາດ, ເມື່ອ​ປະ​ກອບສ່ວນ​ຢ່າງ​ໃຫຍ່ຫຼວງ​ເຂົ້າ​ໃນ​ໄຊ​ຊະ​ນະ 3 ປະ​ຕູ​ຕໍ່ 2 ໃນ​ນັດ​ແຂ່ງ​ຂ​ັນລະ​ຫວ່າງງອາກ​ຊັງ​ຕິນ ແລະ ອີ​ຢິບ ເພື່ອ​ເຂົ້າ​ຮອບ​ແຂ່ງ​ຂັນ 8 ທິມ​ສຸດ​ທ້າຍ​ຂອງ World Cup 2026.

Top