ຂ່າວສານ

EVFTA - ກາລະໂອກາດເສດຖະກິດຄວນຍາດແຍ່ງພາຍຫຼັງໂລກລະບາດ

      ທ່ານ Pier Giorgio Aliberti ຫົວໜ້າຄະນະປະຕິບັດງານສະຫະພາບເອີລົບ (EU) ປະຈຳຫວຽດນາມ ໄດ້ເນັ້ນໜັກວ່າ EVFTA ຈະປະກອບສ່ວນເຂົ້າການເຕີບໂຕເສດຖະກິດ, ແລກປ່ຽນການຄ້າລະຫວ່າງສອງຝ່າຍ

ທ່ານ Pier Giorgio Aliberti ຫົວໜ້າຄະນະປະຕິບັດງານສະຫະພາບເອີລົບ (EU) ປະຈຳຫວຽດນາມ 
(ພາບ:ກະຊວງອຸດສາຫະກຳ ແລະ ການຄ້າ)
      ພາຍຫຼັງ ສະພາແຫ່ງຊາດ ຫວຽດນາມໃຫ້ສັດຕະຍາບັນສັນຍາການຄ້າເສລີລະຫວ່າງ ສະຫະພາບເອີລົບ ແລະ ຫວຽດນາມ (EVFTA), ຫາງສຽງເອີລົບໄດ້ໃຫ້ຂໍ້ສັງເກດວ່າ ນີ້ແມ່ນກາລະໂອກາດໃຫຍ່ໃຫ້ແກ່ສິນຄ້າ ແລະ ວິສາຫະກິດທັງສອງຝ່າຍ, ພິເສດແມ່ນໃນສະພາບການໂລກລະບາດ Covid – 19ພວມກໍ່ຜົນກະທົບອັນໜັກໜ່ວງເຖິງການຜະລິດ ແລະ ສົ່ງອອກ - ນຳເຂົ້າ ບໍ່ພຽງແຕ່ຢູ່ຫວຽດນາມເທົ່ານັ້ນ ຫາກນັບທັງໃນທົ່ວໂລກອີກດ້ວຍ. ທ່ານ Pier Giorgio Aliberti ຫົວໜ້າຄະນະປະຕິບັດງານສະຫະພາບເອີລົບ (EU) ປະຈຳຫວຽດນາມ ໄດ້ເນັ້ນໜັກວ່າ EVFTA ຈະປະກອບສ່ວນເຂົ້າການເຕີບໂຕເສດຖະກິດ, ແລກປ່ຽນການຄ້າລະຫວ່າງສອງຝ່າຍ. ທ່ານຢັ້ງຢືນວ່າ ຫວຽດນາມພວມມີທ່າໄດ້ປຽບອັນໃຫຍ່ຫຼວງເມື່ອທຽບໃສ່ກັບບັນດາປະເທດໃນພາກພື້ນ ແລະ ນີ້ແມ່ນກາລະໂອກາດເຊິ່ງຫວຽດນາມຕ້ອງກຳແຫນ້ນ.
        ໂດຍເຫັນດີເຫັນພ້ອມກັບ ທ່ານນາງ Cecilia Malmstrom ອະດີດກຳມະການຫ້ອງການການຄ້າ ເອີລົບຖືວ່າ ບັນດານັກລົງທຶນ EU ຈະບໍ່ພາດໂອກາດຢູ່ຫວຽດນາມ ແລະ ເຊື່ອໝັ້ນວ່າ ການລົງທຶນຢູ່ຫວຽດນາມຂອງ ສະຫະພາບເອີລົບຈະເພີ່ມຂຶ້ນຫຼາຍພໍສົມຄວນຢ່າງໄວວາ.
(ແຫຼ່ງຄັດຈາກ VOV)
 


top