• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

EVFTA : ຊຸກຍູ້ການເຕີບໂຕຂອງ ຫວຽດນາມໃນໄລຍະຍາວ

ສັນຍາການຄ້າເສລີ ຫວຽດນາມ - EU (EVFTA) ແລະ ສັນຍາອາລັກຂາການລົງທຶນ ຫວຽດນາມ - EU (EVIPA) ໂດຍລັດຖະສະພາ ເອີລົບ (EP) ປ່ອນບັດຮັບຮອງເອົາ ແລະ ຄາດວ່າຈະມີຜົນສັກສິດໃນເດືອນກໍລະກົດຈະມາເຖິງ.

ພາຍຫຼັງ EVFTA ໄດ້ຮັບການຮັບຮອງເອົາ, ຫວຽດນາມສາມາດສົ່ງອອກເຂົ້າໄປຍັງ Eu ປະມານ 80.000 ໂຕນ/ປີ ດ້ວຍ ພາສີຢູ່ລະດັບ 0% (ພາບ: TTXVN)

ທ່ານ ຫງວຽນບິກເລິມ ຫົວໜ້າກົມໃຫຍ່ສະຖິຕິຫວຽດນາມ ໃຫ້ຮູ້ວ່າ: ເມື່ອ EVFTA ມີຜົນສັກສິດຈະລົບລ້າງກ່ວາ 99% ປະເພດພາສີຕາມວິວັດທະນາການ,ສ້າງຄວາມສະດວກໃຫ້ບັນດາປະເພດສິນຄ້າມີທ່າແຮງສົ່ງອອກໄປຍັງຕະຫຼາດ EU ໃນ ປັດຈຸບັນຂອງ ຫວຽດນາມ. EVFTA ໄດ້ປະກອບສ່ວນເຮັດໃຫ້ GDP ຂອງ ຫວຽດນາມ ເພີ່ມຂຶ້ນຢູ່ໃນລະດັບສະເລ່ຍ 2.18-3.25% (ປີ 2020-2023) ແລະ ສູງກ່ວາ 4% ໃນປີຈະມາເຖິງຕື່ມອີກ. ເພື່ອສາມາດຍາດແຍ່ງທ່າແຮງເຊິ່ງສັນຍາ EVFTA ນຳມາໃຫ້ໄດ້ດີທີ່ສຸດ, ລັດຖະບານຕ້ອງປະຕິຮູບລະບອບລະບຽບການເສດຖະກິດ, ສ້າງສະພາບແວດລ້ອມ, ນະໂຍບາຍເສດຖະກິດໃຫ້ເໝາະສົມກັບບັນດາເນື້ອໃນຂອງ EVFTA; ພ້ອມກັນນັ້ນ, ກໍ່ສ້າງນະໂຍບາຍເສດຖະກິດເພື່ອສົ່ງເສີມວິສາຫະກິດລົງທຶນ, ປ່ຽນແປງໃໝ່ເຕັກໂນໂລຢີ, ຍົກສູງຄຸນນະພາບ ແລະ ຄວາມສາມາດແກ່ງແຍ່ງສິນຄ້າ ຫວຽດນາມ. ຄຽງຄູ່ກັນນັ້ນ, ບັນດາວິສາຫະກິດຕ້ອງມີການກະກຽມຢ່າງຮີບດ່ວນ, ມີແຜນງານການລົງທຶນປ່ຽນແປງໃໝ່ເຕັກໂນໂລຢີ ແລະ ທັກສະການຄຸ້ມຄອງ, ມີແຜນງານດຳເນີນທຸລະກິດຮັບປະກັນການແກ່ງແຍ່ງກັບສິນຄ້າຂອງ EU; ພ້ອມກັນນັ້ນ, ມີຍຸດທະສາດການລົງທຶນປ່ຽນແປງໃໝ່ເຕັກໂນໂລຢີ, ເພີ່ມທະວີການຮ່ວມມື, ການຮ່ວມສຳພັນກັບບັນດາວິສາຫະກິດມີເຕັກໂນໂລຢີແຖວໜ້າເພື່ອເຂົ້າຮ່ວມລະບົບຮ່ວມສຳພັນທົ່ວໂລກ.
 (ແຫຼ່ງຄັດຈາກ VOV)

ກົດ​ໝາຍ​ວ່າ​ດ້ວຍ​ການ​ລ​ົງທຶນ (ສະ​ບັບ​ປັບ​ປຸງ): ແກ້​ໄຂ​ຈຸດ​ອຸດ​ຕັນ, ສ້າງ​ສະ​ພາບ​ແລດ​ວ້ອມ​ແຫ່ງ​ການ​ລົງ​ທຶນ

ກົດ​ໝາຍ​ວ່າ​ດ້ວຍ​ການ​ລ​ົງທຶນ (ສະ​ບັບ​ປັບ​ປຸງ): ແກ້​ໄຂ​ຈຸດ​ອຸດ​ຕັນ, ສ້າງ​ສະ​ພາບ​ແລດ​ວ້ອມ​ແຫ່ງ​ການ​ລົງ​ທຶນ

ໂດຍສືບຕໍ່ວາລະກອງປະຊຸມຄັ້ງທີ 10, ສະພາແຫ່ງຊາດ ຊຸດທີ XV, ຕອນເຊົ້າວັນທີ 3 ພະຈິກ, ສະພາແຫ່ງຊາດປຶກສາຫາລືກົດໝາຍຈຳນວນໜຶ່ງ ໃນນັ້ນມີກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ).

Top