• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

EU ສະແດງຄວາມວິຕົກກັງວົນຕໍ່ບັນດາການກະທຳພຽງລຳຟັງຝ່າຍດຽວຢູ່ ທະເລຕາເວັນອອກ

      ທ່ານ Igor Driesmans ເອກອັກຄະລັດຖະທູດ ເອີລົບ (EU ) ປະຈຳອາຊຽນ ໄດ້ຢັ້ງຢືນຄຳໝັ້ນສັນຍາຂອງ EU ໃນການຮັກສາຄວາມເປັນລະບຽບຮຽບຮ້ອຍຢູ່ບັນດາເຂດທະເລ ແລະ ມະຫາສະມຸດ ໂດຍອີງໃສ່ກົດໝາຍສາກົນ, ຄວາມໝັ້ນຄົງ ແລະ ການຮ່ວມມືໃນການເດີນທະເລ, ກໍ່ຄືຄວາມເສລີໃນການເດີນທະເລ ແລະ ການບິນ, ເພື່ອຜົນປະໂຫຍດຂອງບັນດາປະເທດທັງໝົດ.
 
      
      ທ່ານ Igor Driesmans ເອກອັກຄະລັດຖະທູດ ເອີລົບ (EU ) ປະຈຳອາຊຽນ (ພາບ:  jakartaglobe.id      ທ່ານ Igor Driesmans ໃຫ້ຮູ້ວ່າ EU ສະແດງຄວາມວິຕົກກັງວົນກ່ຽວກັບບັນດາການກະທຳພຽງລຳຟັງຝ່າຍດຽວໃນມໍ່ໆມານີ້ ຢູ່ທະເລຕາເວັນອອກ, ໃນນັ້ນມີ ການຜັນຂະຫຍາຍຊົ່ວຄາວ ຫຼືການເຂົ້າປະຈຳການຂອງບັນດາກຳລັງ ຫຼື ຍານພາຫະນະການທະຫານໃນບັນດາເຂດທະເລທີ່ພວມເກີດການຂັດແຍ້ງກັນ, ກໍ່ຄວາມບໍ່ສະຫງົບ ຫຼືນາບຂູ່ເຖິງກ່ຳປັ່ນຫາປາ ຫຼືກ່ຳປັ່ນອື່ນໆ, ກໍ່ຄືຄວາມພະຍາຍາມຈັດວາງບັນດາເຂດແດນປົກຄອງໃໝ່ແບບພຽງລຳຟັງຝ່າຍດຽວ. ທ່ານ Igor Driesmans ຊີ້ໃຫ້ເຫັນຢ່າງຈະແຈ້ງວ່າ EU ມີຄວາມປາດຖະໜາຢາກໃຫ້ ອາຊຽນ ແລະ ຈີນປະຕິບັດສຳເລັດ ບັນດາການເຈລະຈາຢ່າງກະຈ່າງແຈ້ງກ່ຽວກັບ ກົດແຫ່ງການປະພຶດຂອງບັນດາ ຝ່າຍຢູ່ ທະເລຕາເວັນອອກຢ່າງມີປະສິດທິຜົນ, ແທດຈິງ ແລະ ມີຄວາມຜູກມັດດ້ານນິຕິກຳ. ທ່ານ Igor Driesmans ເນັ້ນໜັກວ່າ ສິ່ງສຳຄັນທີ່ສຸດສຳລັບບັນດາຝ່າຍໃນພາກພື້ນທັງໝົດແມ່ນຕ້ອງມີຄວາມລະງັບໃຈເອງ ແລະ ຫຼີກລ້ຽງບັນດາການກະທຳພຽງລຳຟັງຝ່າຍດຽວ, ມີບັນດາການກະທຳຢ່າງລະອຽດເພື່ອແນໃສ່ກັບຄືນສູ່ສະພາບການເປັນປົກກະຕິ, ຢຸດຕິການຫັນເປັນການເຄຶ່ອນໄຫວການທະຫານໃນພາກພື້ນ ແລະ ແກ້ໄຂບັນດາການຂັດແຍ້ງກັນໂດຍກົດໝາຍສາກົນ, ພິເສດແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍ ວ່າດ້ວຍທະເລ.
 (ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top