• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

EU ພ້ອມແລ້ວຊ່ວຍໜູນຫວຽດນາມຮັບການຖ່າຍທອດທາງດ້ານເຕັກໂນໂລຢີ ຜະລິດວັກຊິນກັນໂຄວິດ-19

ຕອນບ່າຍວັນທີ 1 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Giorgio Aliberti ເອກອັກຄະລັດຖະທູດ ສະຫະພາບເອີລົບ( EU )ປະຈຳຫວຽກນາມ.
ທ່ານປະທານປະເທດ ຫງວຽນຊວນຟຸກ ຕ້ອນຮັບທ່ານ Giorgio Aliberti ເອກອັກຄະລັດຖະທູດ EU ປະຈຳຫວຽກນາມ

ທີ່ການຕ້ອນຮັບ, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ຫວັງວ່າ EU ສືບຕໍ່ເອົາໃຈໃສ່ຊ່ວຍໜູນຫວຽດນາມ ໄດ້ສຳຜັດກັບແຫຼ່ງສະໜອງວັກຊິນກັນໂຄວິດ-19 ແລະ ແບ່ງປັນທາງດ້ານເຕັກໂນໂລຢີ, ເພີ່ມທະວີກຳລັງຄວາມສາມາດສັກຢາວັກຊິນກໍຄືຜະລິດວັກຊິນກັນໂຄວິດ-19 ຢູ່ຫວຽດນາມ. ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ສະເໜີໃຫ້ ທ່ານ Giorgio Aliberti ເອກອັກຄະລັດຖະທູດ ສະຫະພາບເອີລົບ( EU )ປະຈຳຫວຽກນາມ ຈົ່ງສຳເລັດການປະກອບເອກະສານໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນຫວຽດນາມ- EU (EVIPA)  ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ການເຄຶ່ອນໄຫວຮ່ວມມືລົງທຶນ.

        ສ່ວນ ທ່ານ Giorgio Aliberti ເອກອັກຄະລັດຖະທູດ ສະຫະພາບເອີລົບ( EU )ປະຈຳຫວຽກນາມ ໄດ້ນຳສະເໜີບາງມາດຕະການ ແລະ ຂົງເຂດຮ່ວມມືຊຶ່ງ EU ມີທ່າແຮງ ແນໃສ່ຍົກສູງການປະຕິບັດສັນຍາ  EVFTA ຢ່າງມີປະສິດທິຜົນໃນໄລຍະທີ່ຈະມາເຖິງ. ທ່ານຫວັງວ່າ ຫວຽດນາມຜັນຂະຫຍາຍບັ້ນສັກຢາຢ່າງທົ່ວເຖິງເພື່ອ ສະກັດກັ້ນໂລກລະບາດ ໂຄວິດ-19 ໂດຍໄວ ແລະ ໃຫ້ຮູ້ວ່າ EU ພ້ອມແລ້ວຊ່ວຍໜູນຫວຽດນາມຮັບການຖ່າຍທອດທາງດ້ານເຕັກໂນໂລຢີ ຜະລິດວັກຊິນກັນໂຄວິດ-19.

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top