• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

EU ຊັ່ງ​ຊາ​ເລື່ອງ​ຍູ້​ແຮງ​ການ​ເນ​ລະ​ເທດ​ຊາວ​ອົບ​ພະ​ຍົ​ບ​ທີ່​ບໍ່​ມີ​ເງື່ອນ​ໄຂ​ຄົບ​ຖ້ວນ, ປະ​ຕິ​ຮູບ​ວິ​ຊາ

ວັນທີ 29 ມັງກອນ, ສະຫະພາບເອີຣົບ (EU) ໄດ້ປະກາດຍຸດທະສາດອົບພະຍົບໃໝ່ໃຫ້ແກ່ໄລຍະ 5 ປີ ຈະມາເຖິງ.
(ພາບປະກອບ: REUTERS/Stephanie Lecocq)

ຍຸດທະສາດໃໝ່ ໄດ້ເນັ້ນໜັກເຖິງຄວາມຈຳເປັນຍູ້ແຮງການເນລະເທດບຸກຄົນທີ່ຂໍລີ້ໄພໂດຍບໍ່ມີເງື່ອນໄຂຄົບຖ້ວນ, ຖືນີ້ແມ່ນໜຶ່ງໃນບັນດາວິທີການແກ້ໄຂບຸລິມະສິດຂອງກຸ່ມ. ໃນນັ້ນ, ຍຸດທະສາດນີ້ໄດ້ເຕື້ອງເຖິງເລື່ອງເພີ່ມທະວີການຮ່ວມມືກັບບັນດາປະເທດທີສາມ ເພື່ອແນໃສ່ສົມທົບກັນຄວບຄຸມກະແສຊາວອົບພະຍົບໄປຍັງ ເອີຣົບ, ພ້ອມທັງຊຸກຍູ້ບັນດາປະເທດນີ້ຮັບພົນລະເມືອງຜູ້ບໍ່ມີເງື່ອນໄຂຄົບຖ້ວນໃຫ້ພັກອາໄສຢູ່ ອີຢູ. ຫວ່າງມໍ່ໆມານີ້, EU ໄດ້ລົງນາມ ຫຼື ພວມເຈລະຈາບັນດາຂໍ້ຕົກລົງສະບັບຕ່າງໆກັບບາງປະເທດ ອາຟະລິກາ ເໜືອ ຄື: ຕຸຍນີຊີ, ໂມຣິຕານີ, ອີຢິບ ແລະ ມາຣົກ, ໃນນັ້ນ EU ໄດ້ຍົກອອກມາບັນດາການໜູນຊ່ວຍດ້ານການເງິນ ແລະ ການລົງທຶນເພື່ອແລກເອົາເລື່ອງ ບັນດາປະເທດນີ້ໃຫ້ການຮ່ວມມືກັບ EU ໃນການຄວບຄຸມກະແສຊາວອົບພະຍົບ.

        ຍຸດທະສາດລະອຽດກ່ຽວກັບບັນຫາປະຕິຮູບລະບົບອົບພະຍົບນີ້ ຄາດວ່າ ຄະນະກຳມະການເອີຣົບ ຈະໄດ້ປະກາດໃນທ້າຍປີນີ້.

(ແຫຼ່ງຄັດຈາກ VOV)

ທ່ານເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເດີນ​ທາງອອກ​ຈາກ ຮ່າ​ໂນ້ຍ ເລີ່ມ​ຕົ້ນ​ການ​ປະ​ຕິ​ບັດ​ງານ​ຢູ່ ອາ​ເມ​ລິ​ກາ

ທ່ານເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເດີນ​ທາງອອກ​ຈາກ ຮ່າ​ໂນ້ຍ ເລີ່ມ​ຕົ້ນ​ການ​ປະ​ຕິ​ບັດ​ງານ​ຢູ່ ອາ​ເມ​ລິ​ກາ

ຕອນເຊົ້າວັນທີ 18 ກຸມພາ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງ ຫວຽດນາມ ໄດ້ເດີນທາງອອກຈາກ ຮ່າໂນ້ຍ ໄປ ວໍຊິງຕັນ ດີຊີ ອາເມລິກາ ເພື່ອເຂົ້າຮ່ວມກອງປະຊຸມໄຂສະພາສັນຕິພາບເຂດ ກາຊາ ໃນວັນທີ 20 ກຸມພາ ຕາມຄຳເຊື້ອເຊີນຂອງທ່ານ Donald Trump ປະທານາທິບໍດີ ສະຫະລັດ ອາເມລິກາ, ປະທານຜູ້ກໍ່ຕັ້ງສະພາສັນຕິພາບເຂດ ກາຊາ.

Top