• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

CPTPP: ມີຫຼາຍກາ​ລະ​ໂອ​ກາດໃໝ່​​ໃຫ້​ແກ່​ວິ​ສາ​ຫະ​ກິດ ຫວຽດ​ນາມ ແລະ ກາ​ນາ​ດາ

ວັນທີ 10 ກຸມພາ, ຢູ່ Toronto, ອຳນາດການປົກຄອງ ນະຄອນ ແລະ ສະພາການຄ້າ ການາດາ - ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຳມະນາດຳເນີນທຸລະກິດ ຢູ່ ຫວຽດນາມ, ດ້ວຍຫົວຂໍ້ “ຫວນຄືນ ປີທີ່ປະຕິບັດສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ແລະ ບັນດາກາລະໂອກາດຢູ່ ຫວຽດນາມ” ແລະ “ແບ່ງປັນປະສົບການໃນການດຳເນີນທຸລະກິດ ຢູ່ ຫວຽດນາມ”.

ແຂກຖຶກເຊີນກ່າວຄຳເຫັນທີ່ກອງປະຊຸມສຳມະນາ (ພາບ: TTXVN) 

ນະທີ່ນີ້, ທ່ານ Robert Cameron ຜູ້ຮັບຜິດຊອບບັນຫາພາກພື້ນອາຊີ ຂອງ ອົງການພັດທະນາການສົ່ງອອກ ການາດາ (EDC) ຢັ້ງຢືນວ່າ ດ້ວຍບັນດາເງື່ອນໄຂສະດວກກ່ຽວກັບພົນະເມືອງ ແລະ ປະຊາຊົນຊັ້ນກາງທີ່ມີການພັດທະນາຢ່າງບໍ່ຢຸດຢັ້ງ, ພື້ນຖານເສດຖະກິດ ຫວຽດນາມ ຈະນຳມາເຊິ່ງຫຼາຍກາລະໂອກາດໃຫ້ແກ່ບັນດາວິສາຫະກິດ ການາດາ. ທ່ານ Robert Cameron ສົ່ງເສີມບັນດາວິສາຫະກິດ ການາດາ ຕ້ອງສະຫງວນເວລາ ແລະ ແຫຼ່ງກຳລັງເພື່ອສ້າງບັນດາການພົວພັນທີ່ຍືນຍົງຢູ່ ຫວຽດນາມ. ບັນດາອົງການຄື EDC, TCS (ອົງການໜູນຊ່ວຍດ້ານການຄ້າ ຂຶ້ນກັບກະຊວງບັນດາບັນຫາທົ່ວໂລກ, ເຕົ້າໂຮມນັກຊ່ຽວຊານດ້ານການຄ້າ ຂອງ ການາດາ ກ່ວາ 1000 ທ່ານ) ອາດຈະສວມບົດບາດສຳຄັນໃນການໜູນຊ່ວຍວິສາຫະກິດ ການາດາໃນການເຂົ້າຮ່ວມການຕະຫຼາດ ຫວຽດນາມ ແລະ ໜູນຊ່ວຍບັນດາວິສາຫະກິດນີ້ໃນວິວັດຂະບວນການດຳເນີນທຸລະກິດ.
(ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top