ພາຍຫຼັງດຳເນີນການເຈລະຈາທີ່ເຄັ່ງຕຶງເປັນເວລາ 2 ອາທິດ, ຢູ່ນະຄອນຫຼວງ Baku, ປະເທດ ອາແຊັກໄປຊານ, ກອງປະຊຸມສຸດຍອດຄັ້ງທີ 29 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງສະຫະປະຊາຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ - COP 29 ໄດ້ອັດລົງໃນວັນທີ 24 ພະຈິກ, ດ້ວຍຂໍ້ຕົກລົງກ່ຽວກັບການເງິນດິນຟ້າອາກາດສະບັບໃໝ່ໄດ້ສ້າງຄວາມຜິດຫວັງຫຼາຍຢ່າງໃຫ້ແກ່ບັນດາປະເທດພວມພັດທະນາ.
ຕາມແຜນການໃນເບື້ອງຕົ້ນ, COP 29 ຈັດຂຶ້ນຢູ່ Baku, ປະເທດ ອາແຊັກໄປຊານ ແຕ່ວັນທີ 11 – 22 ພະຈິກ. ເຖິງຢ່າງໃດກໍ່ຕາມ, ກໍ່ຄ້າຍຄືກັນກັບບັນດາກອງປະຊຸມ COP ຫວ່າງມໍ່ໆມານີ້, ບັນດາການເຈລະຈາທີ່ COP 29 ຕ້ອງແກ່ຍາວເວລາຕື່ມອີກ 2 ວັນ ເພື່ອບັນລຸໄດ້ຂໍ້ຕົກລົງກ່ຽວກັບການເງິນດິນຟ້າອາກາດສະບັບໃໝ່.
ຂໍ້ຕົກລົງຂາດຄວາມຫວັງສູງ
ໂດຍໄດ້ເອີ້ນວ່າ ກອງປະຊຸມສຸດຍອດການເງິນດິນຟ້າອາກາດ, ເປົ້າໝາຍໃຫຍ່ສຸດຂອງ COP 29 ແມ່ນບັນລຸຂໍ້ຕົກລົງສະບັບໃໝ່ກ່ຽວກັບດ້ານການເງິນດິນຟ້າອາກາດ, ເຊິ່ງໄດ້ເອີ້ນວ່າ “ເປົ້າໝາຍກຳນົດລວມໝູ່ໃໝ່” (NCQG). ຂໍ້ຕົກລົງດັ່ງກ່າວປ່ຽນແທນໃຫ້ບັນດາຄຳໝັ້ນສັນຍາປະກອບຈຳນວນເງິນ 100 ຕື້ USD/ປີ ເຊິ່ງບັນດາປະເທດພັດທະນາຍົກອອກມາແຕ່ປີ 2009 ແລະ ຈະໝົດກຳນົດເວລາໃນທ້າຍປີ 2024. ເພື່ອບັນລຸໄດ້ຂໍ້ຕົກລົງດັ່ງກ່າວ, ບັນດາຝ່າຍເຂົ້າຮ່ວມ COP 29 ໄດ້ຈັດວາລະປຶກສາຫາລືດ້ານເຕັກນິກຫຼາຍຄັ້ງ ແລະ ການເຈລະຈາກ່ຽວກັບບັນຫາການເງິນໃນໄລຍະຈັດກອງປະຊຸມ. ໃນເວລາຈັດກອງປະຊຸມ, ສ່ວນຫຼາຍບັນດາການເຈລະຈາຖືກຕົກເຂົ້າສູ່ສະພາບບໍ່ມີທາງອອກ, ພຽງແຕ່ໄດ້ຮັບການແກ້ໄຂໃນຈຸດເວລາສຸດທ້າຍ, ເມື່ອບັນດາປະເທດພັດທະນາເຫັນດີຍົກລະດັບການປະກອບເງິນຂຶ້ນ 300 ຕື້ USD/ປີ (ຈາກລະດັບ 200 ຕື້ USD/ປີ ໃນເບື້ອງຕົ້ນ), ພ້ອມທັງໃຫ້ຄຳໝັ້ນສັນຍາຈະລະດົມບັນດາແຫຼ່ງການເງິນອື່ນຕື່ມອີກ 1.000 ຕື້ USD/ປີ ຮອດປີ 2035.
ການສະເໜີ 300 ຕື້ USD/ປີ ຖືກຫຼາຍປະເທດພວມພັດທະນາຄັດຄ້ານຢ່າງແຮງ, ຍ້ອນຖືວ່າມັນໜ້ອຍເກີນໄປຕໍ່ຄວາມຕ້ອງການຕົວຈິງແມ່ນຫຼາຍພັນຕື້ USD/ປີ. ຊ້ຳບໍ່ໜຳໃນວາລະປະຊຸມສຸດທ້າຍຂອງຕອນຄ່ຳວັນທີ 23 ພະຈິກ, ມີບາງ ຈຸດເວລາກຸ່ມບັນດາປະເທດດ້ອຍພັດທະນາ ແລະ ບັນດາປະເທດເກາະນ້ອຍ (LDC & SIDS) ໄດ້ອອກຈາກຫ້ອງປະຊຸມ, ຢຸດຕິການເຈລະຈາເພື່ອຄັດຄ້ານ, ບໍ່ພຽງແຕ່ແມ່ນຈຳນວນເງິນທີ່ໄດ້ຮັບຖືວ່າໜ້ອຍທີ່ສຸດເທົ່ານັ້ນ, ຫາກຍັງວິທີເຈລະຈາທີ່ຂາດເຈດຕະນາດີຂອງບັນດາປະເທດພັດທະນາ. ຜູ້ຕາງໜ້າພິເສດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຂອງ ປານາມາ Juan Carlos Monterrey, ໃຫ້ຂໍ້ສັງເກດວ່າ:
“ພວກເຮົາໄດ້ດຳເນີນການເຈລະຈາຂໍ້ຕົກລົງນີ້ເປັນເວລາກວ່າ 3 ປີຜ່ານມາ ແລະ ຢູ່ Baku ເປັນເວລາກວ່າ 2 ອາທິດ, ໝາຍຄວາມວ່າມີເວລາຢ່າງພຽງພໍເພື່ອຊອກຫາຄວາມເຫັນດີເຫັນພ້ອມ. ແຕ່ບັນດາປະເທດພັດທະນາພຽງແຕ່ຍົກອອກຈຳນວນເງິນໃຫ້ຄຳໝັ້ນສັນຍາກ່ອນທີ່ກອງປະຊຸມຈະສິ້ນສຸດລົງ 2 ວັນເທົ່ານັ້ນ. ຍາມໃດເຂົາເຈົ້າກໍ່ເຮັດຄືແນວນັ້ນ ແລະ ເພື່ອຜົນປະໂຫຍດຂອງລັດທິຫຼາຍຝ່າຍ, ພວກຂ້າພະເຈົ້າຍາມໃດກໍ່ຕ້ອງຍອມຮັບສິ່ງນັ້ນ”.
ເຖິງຢ່າງໃດກໍ່ຕາມ, ເພື່ອຫຼີກລ່ຽງເລື່ອງ COP 29 ສິ້ນສຸດລົງດ້ວຍການປະລາໄຊ, ປະເທດເຈົ້າພາບ ອາແຊັກໄປຊານ ສາມາດຂົນຂວາຍໄດ້ຫຼາຍປະເທດເຂົ້າຮ່ວມ COP ຮັບຮອງເອົາຂໍ້ຕົກລົງ, ດ້ວຍຫຼັກໝັ້ນທີ່ວ່າ, ຄວາມປະລາໄຊຢູ່ Baku ຈະແມ່ນບາດກ້າວຖອຍຫຼັງໃນການຕໍ່ສູ້ກັບການປ່ຽນແປງຂອງດິນຟ້າອາກາດທົ່ວໂລກ. ແບ່ງປັນກ່ຽວກັບທັດສະນະດັ່ງກ່າວ, ທ່ານ Simon Stiell, ເລຂາຝ່າຍບໍລິຫານສົນທິສັນຍາແມ່ຂອງສະຫະປະຊາຊາດກ່ຽວກັບດິນຟ້າອາກາດ (UNFCC), ຖືວ່າ ຂໍ້ຕົກລົງ 300 ຕື້ USD/ປີ ແມ່ນຍັງບໍ່ທັນສົມເຫດສົມຜົນ, ແຕ່ແມ່ນການຮັບປະກັນທີ່ຈຳເປັນໃຫ້ແກ່ການຕໍ່ສູ້ປ້ອງກັນຕ້ານການປ່ຽນແປງຂອງດິນຟ້າອາກາດໃນຈຸດເວລານີ້.
“ພວກເຮົາຕ້ອງການ COP 29 ຄັ້ງນີ້ຫັນບັນດາຄຳໝັ້ນສັນຍາທີ່ COP 28 ໃຫ້ກາຍເປັນໝາກຜົນລະອຽດໃນທົ່ວໂລກ, ເພື່ອປົກປ້ອງຄວາມວັດທະນາຖາວອນຂອງປະຊາຊົນ ແລະ ໜ່ວຍໂລກ. ທີ່ COP 28, ໂລກໄດ້ເຫັນດີເພີ່ມພະລັງານທົດແທນຂຶ້ນທົບ 3 ເທົ່າ, ສ່ວນຢູ່ COP 29 ພວກເຮົາໄດ້ເພີ່ມຄຳໝັ້ນສັນຍາດ້ານການເງິນດິນຟ້າອາກາດຂຶ້ນທົບ 3 ເທົ່າ ແລະ ບັນດາປະເທດຍັງຈະລະດົມໄດ້ຫຼາຍກວ່າ”.
ໝາກຜົນຈຳນວນໜຶ່ງທີ່ໜ້າຊົມເຊີຍ
ເຖິງຢ່າງໃດກໍ່ຕາມ, COP 29 ກໍ່ຮັບຮອງເອົາໝາກຜົນຕັ້ງໜ້າຈຳນວນໜຶ່ງ. ບາດກ້າວບຸກທະລຸທຳອິດຂອງ COP 29 ແມ່ນບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບວິທີການເຄື່ອນໄຫວຂອງຕະຫຼາດ ກາກບອນ ກໍ່ໄດ້ຮັບຖືວ່າແມ່ນບາດກ້າວທີ່ໜ້າສົນໃຈ ພາຍຫຼັງການເຈລະຈາກ່ຽວກັບບັນຫາດັ່ງກ່າວຖືກຢຸດສະງັກເປັນເວລາຫຼາຍປີ. ທ່ານ Axel Michaelowa, ຫົວໜ້າກຸ່ມຄົ້ນຄວ້ານະໂຍບາຍດິນຟ້າອາກາດສາກົນຢູ່ມະຫາວິທະຍາໄລ Zurich (ສະວິດ), ໃຫ້ຂໍ້ສັງເກດວ່າ:
“ຕະຫຼາດ ກາກບອນ ສາກົນ ຍາມໃດກໍ່ແມ່ນຫົວເລື່ອງກໍ່ຄວາມໂຕ້ຖຽນກັນ ແລະ ຕ້ອງເສຍເວລາເກືອບ 1 ທົດສະວັດ, ພາຍຫຼັງຂໍ້ຕົກລົງ ປາຣີ 2015, ພວກເຮົາຈຶ່ງເຫັນດີເປັນເອກະພາບບັນດາຂໍ້ກຳນົດໄດ້. ນີ້ແມ່ນສິ່ງທີ່ດີ ຍ້ອນພວກເຮົາຈະມີຕະຫຼາດ ກາກບອນ ສາກົນເຄື່ອນໄຫວຢ່າງຄົບຖ້ວນ ແລະ ບັນດາປະເທດພວມພັດທະນາອາດສາມາດມີແຫຼ່ງຫຼາຍຮັບໃຫຍ່ຜ່ານການຂາຍໃບຢັ້ັ້ງຢືນ ກາກບອນ”.
COP 29 ກໍ່ໄດ້ແກ້ໄຂບັນດາບັນຫາກະຈ່າງແຈ້ງບົດລາຍງານດ້ານດິນຟ້າອາກາດຢ່າງສຳເລັດຜົນ. ພ້ອມກັນນັ້ນ, COP 29 ກໍ່ສ້າງຕັ້ງໂຄງການໜູນຊ່ວຍການປະຕິບັດແຜນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ (NAPs) ໃຫ້ແກ່ບັນດາປະເທດດ້ອຍພັດທະນາ. ເປັນຄັ້ງທຳອິດ COP 29 ຮັບຮູ້ການເຂົ້າຮ່ວມຂອງເດັກນ້ອຍໃນເວທີປາໄສດິນຟ້າກາດໂດຍຊາວໜຸ່ມນຳພາ, ເນັ້ນໜັກລັກສະນະກວມລວມ ແລະ ການຮ່ວມມືລະຫວ່າງລຸ້ນຕ່າງໆໃນການກະທຳເພື່ອດິນຟ້າອາກາດ.