• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

COP 24: ບັນດາປະເທດເຫັນດີເປັນເອກະພາບຕໍ່ວິວັດການປະຕິບັດສົນທິສັນຍາ ປາຣີ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ

ຕາມບົດລາຍງານຂອງ ມະຫາວິທະຍາໄລ East Anglia  ແລະ ໂຄງການ carbon ທົ່ວໂລກແລ້ວ, ຄາດວ່າ ປະລິມານອາຍພິດ carbon ທົ່ວໂລກໃນປີນີ້ ຈະເພີ່ມຂຶ້ນກວ່າ 2% ເມື່ອທຽບໃສ່ປີ 2017

ວັນທີ 15 ທັນວາ, ບັນດາປະເທດ ບັນລຸໄດ້ຄວາມເຫັນດີເປັນເອກະພາບກ່ຽວກັບວິວັດການປະຕິບັດສົນທິສັນຍາ ປາຣີ 2015 ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ. ຕາມບັນດາແຫຼ່ງຂ່າວແລ້ວ, ສຸດທ້າຍ ຄະນະປະຕິບັດງານຂອງເກືອບ 200 ປະເທດກໍຊອກຫາໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບກົນໄກແນະນໍາຂໍ້ກໍານົດຮ່ວມ, ເຊິ່ງໄດ້ສ້າງຂຶ້ນ ເພື່ອປະຕິບັດບັນດາເປົ້າໝາຍທີ່ໄດ້ວາງອອກໃນສົນທິສັນຍາ ປາຣີປີ 2015 ກ່ຽວກັບການຈໍາກັດລະດັບເພີ່ມຂຶ້ນຂອງອຸນຫະພຸມໜ່ວຍພິພົບ ໃຫ້ຢູ່ຕໍ່າກວ່າລະດັບ 2 ອົງສາ C ໃຫ້ປະກົດຜົນເປັນຈິງ.

        ກອງປະຊຸມ COP 24 ໄດ້ດໍາເນີນໃນສະພາບການ ທີ່ມີບົດລາຍງານຫຼ້າສຸດຫຼາຍບົດ ໃຫ້ຮູ້ວ່າ ບັນດາສິ່ງທ້າທາຍກ່ຽວກັບອາກາດ ທີ່ຍັງບໍ່ທັນໄດ້ຮັບການແກ້ໄຂ ແລະ ປະລິມານອາຍພິດ carbon ທົ່ວໂລກ  ທີ່ໄດ້ຄາດຄະເນວ່າ ໃນປີນີ້, ຈະມີລະດັບເພີ່ມຂຶ້ນສູງສຸດ ເມື່ອທຽບໃສ່ກັບທຸກສະໄໝ. ຕາມບົດລາຍງານຂອງ ມະຫາວິທະຍາໄລ East Anglia  ແລະ ໂຄງການ carbon ທົ່ວໂລກແລ້ວ, ຄາດວ່າ ປະລິມານອາຍພິດ carbon ທົ່ວໂລກໃນປີນີ້ ຈະເພີ່ມຂຶ້ນກວ່າ 2% ເມື່ອທຽບໃສ່ປີ 2017, ຂຶ້ນເຖິງກວ່າ 37 ຕື້ໂຕ່ນ CO, ເຊິ່ງສ່ວນຫຼາຍແມ່ນຍ້ອນການນໍາໃຊ້ຖ່ານ, ນໍ້າມັນ ແລະ ອາຍແກັດເພີ່ມຂຶ້ນ.

(ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top