• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

Carnaval ຮ້າລອງ 2024: ແຈ້ງສະຫວ່າງພ້ອມກັບສິ່ງມະຫັດສະຈັນ

Carnaval ຮ້າລອງ 2024 ມີຫຼາຍຈຸດໃໝ່ທີ່ດູດດື່ມ ແລະ ເປັນເອກະລັກສະເພາະ ດ້ວຍລາຍການສະແດງສິລະປະ ແລະ Carnaval ບົນໜ້ານ້ຳທະເລຄັ້ງທຳອິດຢູ່ ຫວຽດນາມ.
ພິທີຈັດຂຶ້ນໃນຕອນຄ່ຳວັນທີ 28 ເມສາ

ຕອນເຊົ້າວັນທີ 28 ເມສາ, ຢູ່ລາຍການ Carnaval ຮ້າລອງ 2024 ດ້ວຍຫົວຂໍ້ “ແຈ້ງສະຫວ່າງພ້ອມກັບສິ່ງມະຫັດສະຈັນ” ໄດ້ຈັດຂຶ້ນຢູ່ ນະຄອນ ຮ້າລອງ, ແຂວງ ກ໋ວາງນິງ ຢ່າງເປັນທາງການ. ເຫດການໄດ້ດຶງດູດຄວາມສົນໃຈຂອງປະຊາຊົນ, ແຂກທ່ອງທ່ຽວພາຍໃນປະເທດ ແລະ ສາກົນ ນັບພັນຄົນ.

Carnaval ຮ້າລອງ 2024 ມີຫຼາຍຈຸດໃໝ່ທີ່ດູດດື່ມ ແລະ ເປັນເອກະລັກສະເພາະ ດ້ວຍລາຍການສະແດງສິລະປະ ແລະ Carnaval ບົນໜ້ານ້ຳທະເລຄັ້ງທຳອິດຢູ່ ຫວຽດນາມ. ນີ້ກໍ່ແມ່ນຄັ້ງທຳອິດລາຍການ Carnaval ໄດ້ຈັດລາຍການສະແດງ, ກຳລັງບົນທະເລ, ບົນຫາດຊາຍທະເລ ອ່າວຮ້າລອງ ດ້ວຍບັນດາປັດໄຈສິລະປະຄື: ລະຄອນດົນຕີ, ສົມທົບຢ່າງກົມກຽວລະຫວ່າງປະຫວັດສາດ, ວັດທະນະທຳ ເພື່ອສ້າງຈຸດພົ້ນເດັ່ນໃນມໍລະດົກ - ທິວທັດທຳມະຊາດໂລກ ອ່າວ ຮ້າລອງ ໃນຍາມຄ່ຳຄືນ. ເຫດການໄດ້ເຕົ້າໂຮມບັນດາຄະນະແຂກສາກົນມາຈາກ Hokkaido (ຍີ່ປຸ່ນ), ກວາງສີ ( ປະເທດຈີນ), ລາວ, ໄທ … ທ່ານນາງ ຟານທິຫາຍເຮື່ອງ, ຫົວໜ້າຄະນະໂຄສະນາສຶກສາ ຄະນະພັກ ນະຄອນ ຮ້າລອງ, ໃຫ້ຮູ້ວ່າ:

        “ລາຍການມີການປ່ຽນໃໝ່ຈາກດ້ານແນວຄວາມຄິດ, ຕະຫຼອດຮອດເວທີສະແດງ ແລະ ພິເສດແມ່ນໄດ້ສ້າງເວລາສະແດງໃນທາມກາງທຳມະຊາດ. ມໍລະດົກນີ້ໄດ້ສ້າງຄຸນຄ່າກ່ວາ ແລະ ພິເສດ ໃຫ້ພວກເຮົາຮູ້ຄຸນຄ່າໃໝ່ກ່ຽວກັບການພັດທະນາເສດຖະກິດຍາມຄ່ຳຄືນ ເພື່ອຢັ້ງຢືນຄວາມດູດດື່ມ ຍາມຄ່ຳຄືນຂອງກ໋ວາງນິງ. ພວກຂ້າພະເຈົ້າຫວັງວ່າ ການສ້າງ Carnaval ກາຍເປັນເຄື່ອງໝາຍທີ່ເປັນເອກະລັກສະເພາະ ແລະ ກາຍເປັນງານບຸນໄດ້ຮັບການຮັບຮອງເປັນບໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ ແລະ ໂລກ”.

(ແຫຼ່ງຄັດຈາກ VOV)

ຮູບ​ແບບ​ແຮກ​ສ່ຽວ ບ້ານ - ບ້ານ ເພີ່ມ​ພູນ​ຄູນ​ສ້າງ​ຄວາມ​ສາ​ມັກ​ຄີ, ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ ຫວຽດ​ນາມ - ລາ​ວ

ຮູບ​ແບບ​ແຮກ​ສ່ຽວ ບ້ານ - ບ້ານ ເພີ່ມ​ພູນ​ຄູນ​ສ້າງ​ຄວາມ​ສາ​ມັກ​ຄີ, ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ ຫວຽດ​ນາມ - ລາ​ວ

ໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ໄດ້ຮັບການກໍ່ຕັ້ງ ແລະ ເພີ່ມພູນຄູນສ້າງມາແຕ່ດົນນານ. ໄລ່ມາຮອດປັດຈຸບັນ, ສາຍພົວພັນແບບພິເສດມີໜຶ່ງບໍ່ມີສອງໃນໂລກນີ້ ຍັງສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງດ້ວຍຫຼາຍຮູບແບບການຮ່ວມມື, ພົວພັນແລກປ່ຽນທີ່ແຕກຕ່າງກັນໃນຫຼາກຫຼາຍຂົງເຂດ. ໃນນັ້ນ ຕ້ອງເວົ້າເຖິງຮູບແບບແຮກສ່ຽວ ບ້ານ - ບ້ານ, ເຊິ່ງເປັນຮູບແບບທີ່ມີປະສິດທິຜົນປະກອບສ່ວນເສີມສ້າງຄວາມສາມັກຄີ, ມິດຕະພາບລະຫວ່າງສອງປະເທດ ຫວຽດນາມ - ລາວ.

Top